ກອງປະຊຸມຄັ້ງທີ 72 ຂອງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາລະຫວ່າງບັນດາປະເທດອາຊຽນ (AWGIPC 72) ແລະບັນດາເຫດການທີ່ກ່ຽວຂ້ອງ ດຳເນີນໃນລະຫວ່າງວັນທີ 22-26 ເມສາ, ຢູ່ນະຄອນ ດ່ານັ້ງ. ບັນດາການເຄື່ອນໄຫວເພື່ອແນໃສ່ປະຕິບັດພັນທະຂອງບັນດາປະເທດສະມາຊິກອາຊຽນ ໃນການຮ່ວມມືອາຊຽນ ດ້ານຊັບສິນທາງປັນຍາ. ນີ້ແມ່ນເຫດການກ່ຽວກັບຊັບສິນທາງປັນຍາທີ່ສຳຄັນ, ມີລະດັບພາກພື້ນ, ໄດ້ຈັດຂຶ້ນເນື່ອງໃນໂອກາດປະເທດຕ່າງໆສະເຫຼີມສະຫຼອງວັນຊັບສິນທາງປັນຍາໂລກໃນວັນທີ 26 ເມສາ. ປີນີ້, ຕີມໍ ແລັດສະເຕ ໄດ້ເຂົ້າຮ່ວມກອງປະຊຸມ AWGIPC ເປັນຄັ້ງທຳອິດໃນຖານະເປັນຜູ້ສັງເກດການ.

leftcenterrightdel
ກອງປະຊຸມຄັ້ງທີ 72 ຂອງກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາຂອງບັນດາປະເທດອາຊຽນ - AWGIPC 72. ພາບ: daibieunhandan.vn

ກ່າວຄຳເຫັນທີ່ກອງປະຊຸມ ໃນວັນທີ 22 ເມສາ, ທ່ານ ໄຊສົມເພັດ ນໍລະສິງ ປະທານກຸ່ມປະຕິບັດງານກ່ຽວກັບການຮ່ວມມືດ້ານຊັບສິນທາງປັນຍາຂອງບັນດາປະເທດອາຊຽນ (AWGIPC) ປາດຖະໜາຢາກວ່າ ບັນດາປະເທດອາຊຽນ ເສີມຂະຫຍາຍບັນດາຜົນງານທີ່ບັນລຸໄດ້ ແລະມານະພະຍາຍາມກວ່າອີກເພື່ອແກ້ໄຂບັນດາສິ່ງທ້າທາຍ ແລະ ກາລະໂອກາດໃໝ່ທີ່ພາກພື້ນພວມປະເຊີນໜ້າ. ທ່ານ ໄຊສົມເພັດ ນໍລະສິງ ຫວັງວ່າ ບັນດາປະເທດສະມາຊິກຈະພ້ອມກັນຮ່ວມມືເພື່ອສ້າງກໍາລັງຄວາມສາມາດ ແລະ ບໍາລຸງສ້າງທາງດ້ານຊັບສິນທາງປັນຍາ, ເພື່ອແນໃສ່ໜູນຊ່ວຍຢ່າງມີປະໂຫຍດໃຫ້ແກ່ການພັດທະນາລະບົບຊັບສິນທາງປັນຍາກວ່າອີກ.

ໂດຍ: ຈາງຫງວຽນ