ກໍານົດທິດສືບຕໍ່ພັດທະນາແບບກວມລວມ ແລະຮອບດ້ານ

ຫວ່າງແລ້ວນີ້, ຢູ່ແຂວງຫຼວງພະບາງ, ສປປ ລາວ ໄດ້ດໍາເນີນກອງປະຊຸມລັດຖະມົນຕີເສດຖະກິດ ອາຊຽນ ຄັ້ງທີ 30 (AEMR-30). ນີ້ແມ່ນໜຶ່ງໃນບັນດາເຫດການສຳຄັນຂອງອາຊຽນ ໃນເດືອນທຳອິດຂອງປີ. ເຂົ້າຮ່ວມກອງປະຊຸມມີທ່ານ Kao Kim Hourn ເລຂາທິການໃຫຍ່ອາຊຽນ, ລັດຖະມົນຕີເສດຖະກິດຂອງບັນດາປະເທດສະມາຊິກອາຊຽນ. ນອກຈາກນັ້ນ, ຕີມໍຕາເວັນອອກ ກໍ່ເຂົ້າຮ່ວມກອງປະຊຸມໃນຖານະເປັນຜູ້ສັງເກດການ.

leftcenterrightdel
ບັນດາການນໍາທີ່ກອງປະຊຸມ AEMR-30.  ພາບ: ກະຊວງອຸດສາຫະກຳແລະການຄ້າ

ກອງປະຊຸມໄດ້ຕີລາຄາວ່າ ປະສົບຜົນສຳເລັດຢ່າງຈົບງາມ ໂດຍໄດ້ຮັບຮອງເອົາ 14 ຂໍ້ລິເລີ່ມຮ່ວມມືດ້ານເສດຖະກິດບຸລິມະສິດ (PED) ເຊິ່ງລາວ ຍົກອອກໃນປີເປັນປະທານອາຊຽນ 2024 ດ້ວຍຫົວຂໍ້ວ່າ “ອາຊຽນ: ຊຸກຍູ້ການເຊື່ອມໂຍງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງ”. ຂໍ້ລິເລີ່ມທັງໝົດນີ້ສຸມໃສ່ 3 ທິດທາງຕົ້ນຕໍ, ລວມມີ: ການຟື້ນຟູ ແລະເຊື່ອມຕໍ່ພື້ນຖານເສດຖະກິດ; ສ້າງອະນາຄົດກວມລວມ ແລະຍືນຍົງ; ການຫັນປ່ຽນມຸ່ງໄປເຖິງອະນາຄົດດີຈີຕອນ. ບັນດາ PED ປີ 2024 ໄດ້ຕີລາຄາວ່າລວມມີເນື້ອໃນທັງມີລັກສະນະສືບທອດ, ສືບຕໍ່ຜົນງານຂອງອາຊຽນໃນປີ 2023, ທັງກວມເອົາບັນດາເນື້ອໃນໃໝ່, ບັນຫາໃໝ່.

ທີ່ກອງປະຊຸມ, ບັນດາລັດຖະມົນຕີ ກໍ່ສຸມໃສ່ປຶກສາຫາລືຫຼາຍເນື້ອໃນສຳຄັນຂອງການຮ່ວມມືດ້ານເສດຖະກິດອາຊຽນ, ຄື: ສະພາບການເຈລະຈາເພື່ອຍົກລະດັບສັນຍາການຄ້າສິນຄ້າອາຊຽນ (ATIGA); ເຈລະຈາສັນຍາຂອບອາຊຽນກ່ຽວກັບເສດຖະກິດດີຈີຕອນ (DEFA); ສັນຍາຂອບອາຊຽນກ່ຽວກັບການແກ້ງແຍ້ງ; ການຍົກລະດັບສັນຍາການຄ້າເສລີອາຊຽນ-ຈີນ (ACFTA)...

ຫວນຄືນຮູບພາບເສດຖະກິດອາຊຽນ ໃນປີ 2023, ກອງປະຊຸມໄດ້ຍົກອອກບັນດາສັນຍານຕັ້ງໜ້າເຊິ່ງພາກພື້ນບັນລຸໄດ້. ສິ່ງເຫຼົ່ານີ້ໄດ້ຢັ້ງຢືນເຖິງຜົນສຳເລັດຂອງອາຊຽນໃນການສ້າງຂີດໝາຍການພັດທະນາຢ່າງຕັ້ງໜ້າໃນສະພາບຂາດສະຖຽນລະພາບຂອງໂລກ. ຕາມຂໍ້ມູນຂອງກອງເລຂາອາຊຽນ, ລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອາຊຽນ ຄາດວ່າຈະເຕີບໂຕ 4,7%, ສູງກວ່າລະດັບສະເລ່ຍຂອງໂລກ 3,1%. ກ່ຽວກັບການຄ້າສິນຄ້າ, ໄລ່ມາຮອດໄຕມາດທີ 3 ປີ 2023, ວົງເງິນການຄ້າສິນຄ້າຈະບັນລຸ 2.600 ຕື້ໂດລາສະຫະລັດ. ກ່ຽວກັບການດຶງດູດການລົງທຶນໂດຍກົງຈາກຕ່າງປະເທດ (FDI), ໃນໄຕມາດທີ 3 ປີ 2023, ກ່ຽວກັບການດຶງດູດທຶນລົງທຶນໂດຍກົງຈາກຕ່າງປະເທດ (FDI), ໃນໄຕມາດທີ 3 ປີ 2023, ທຶນ FDI ບັນລຸປະມານ 41,1 ຕື້ໂດລາສະຫະລັດ. ການທ່ອງທ່ຽວອາຊຽນ ກໍ່ຟື້ນຕົວພໍສົມຄວນເມື່ອດຶງດູດນັກທ່ອງທ່ຽວໄດ້ 101,9 ລ້ານເທື່ອຄົນໃນປີ 2023, ເພີ່ມຂຶ້ນ 136,2% ເມື່ອທຽບໃສ່ປີ 2022.

ເພີ່ມທະວີກຳລັງແຮງເພື່ອໄປໄກ

ໃນຂອບເຂດກອງປະຊຸມ AEMR-30, ບັນດາລັດຖະມົນຕີເສດຖະກິດອາຊຽນໄດ້ແລກປ່ຽນກັບສະພາທຸລະກິດອາຊຽນ (ABAC). ໃນນັ້ນ, ບັນດາລັດຖະມົນຕີອາຊຽນ ໄດ້ຮັບຮູ້ບັນດາບຸລິມະສິດຂອງ ABAC ໃນປີ 2024, ກໍ່ຄືບັນດາຂໍ້ສະເໜີແນະຂອງ ABAC ແນໃສ່ຊຸກຍູ້ສະພາບແວດລ້ອມແຫ່ງການດຳເນີນທຸລະກິດໃນອາຊຽນ ໃຫ້ສະດວກໃນໄລຍະຈະມາເຖິງ.

leftcenterrightdel
 ບັນຍາກາດທີ່ກອງປະຊຸມ AEMR-30. ພາບ: ອາຊຽນ

ກ່າວຄຳເຫັນທີ່ກອງປະຊຸມ, ຫວຽດນາມ ສະແດງການສະໜັບສະໜູນຕໍ່ຂໍ້ລິເລີ່ມໃຫ້ບຸລິມະສິດແກ່ການຮ່ວມມືດ້ານເສດຖະກິດຂອງລາວ ໃນປີເປັນປະທານອາຊຽນ 2024; ໃຫ້ຄຳໝັ້ນສັນຍາສົມທົບກັບລາວ ແລະບັນດາປະເທດອາຊຽນ ເພື່ອປະຕິບັດສໍາເລັດບັນດາເປົ້າໝາຍ, ແຜນການທີ່ໄດ້ວາງອອກ, ປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງປີ 2024. ຫວຽດນາມ ກໍ່ເນັ້ນໜັກວ່າການໃຫ້ບຸລິມະສິດແກ່ບັນດາການເຄື່ອນໄຫວຟື້ນຟູ ແລະເຊື່ອມຕໍ່ເສດຖະກິດ, ພິເສດແມ່ນບຸລິມະສິດແຫຼ່ງກຳລັງໃຫ້ບັນດາການເຄື່ອນໄຫວເຈລະຈາໃໝ່, ການເຈລະຈາເພື່ອຍົກລະດັບສັນຍາຂອງອາຊຽນ ແລະລະຫວ່າງອາຊຽນ ກັບບັນດາປະເທດຄູ່ຮ່ວມມື.

ກອງປະຊຸມ AEMR-30 ໄດ້ຍົກອອກທິດທາງ ແລະສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ການຮ່ວມມືດ້ານເສດຖະກິດອາຊຽນໃນປີ 2024, ແມ່ນບາດກ້າວກະກຽມໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ເຊິ່ງຄາດວ່າຈະດຳເນີນໃນກາງເດືອນ ກັນຍາ 2024.

ປີ 2024 ແງ່ຫວັງກ່ຽວກັບການຮ່ວມມືໃນອາຊຽນ ຈະຟົດຟື້ນ ແລະແທດຈິງ, ທ່ານ ຫວູໂຮ່ ເອກອັກຄະລັດຖະທູດ, ຜູ້ຮັກສາການຫົວໜ້າ SOM ອາຊຽນຫວຽດນາມ, ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດ ໃຫ້ຮູ້ວ່າ: ເລີ່ມຕົ້ນປີ 2024 ອາຊຽນ ປະສົບຜົນສຳເລັດພໍສົມຄວນ, ສ້າງປະຖົມປັດໄຈສໍາຄັນໃຫ້ແກ່ການຮ່ວມມື, ກໍ່ສ້າງກຳລັງໜູນ ແລະພະລັງຊີວິດໃໝ່ໃຫ້ບາດກ້າວພັດທະນາຂອງອາຊຽນໃນຊຸມທົດສະວັດຕໍ່ໜ້າ. ໜຶ່ງໃນບັນດາຈຸດພົ້ນເດັ່ນແມ່ນການເນັ້ນໜັກສານກ່ຽວກັບຄວາມສາມັກຄີ, ການຮ່ວມມື ແລະການສ້າງຄວາມເຂັ້ມແຂງດ້ວຍຕົນເອງຢ່າງຕໍ່ເນື່ອງຜ່ານໝາກຜົນແຫ່ງການແລກປ່ຽນລະຫວ່າງວົງການເຈົ້າໜ້າທີ່ບັນດາປະເທດສະມາຊິກອາຊຽນ ກ່ຽວກັບສະພາບການສາກົນ ແລະພາກພື້ນ. ບັນດາເນື້ອໃນການປຶກສາຫາລືສ່ວນຫຼາຍລ້ວນແຕ່ບັນລຸໄດ້ຄວາມເຫັນດີເຫັນພ້ອມສູງ.

ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ອາຊຽນ ໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບລັກສະນະຮີບດ່ວນຂອງບັນດາບັນຫາທີ່ພວມວາງອອກ, ສົ່ງຜົນກະທົບເຖິງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບ ແລະການພັດທະນາແບບຍືນຍົງຢູ່ພາກພື້ນ. ເລື່ອງບັນດາສະມາຊິກອາຊຽນ ພ້ອມກັນແລກປ່ຽນໄດ້ຊ່ວຍໃຫ້ບັນດາຝ່າຍເຂົ້າໃຈກ່ຽວກັບຄວາມເອົາໃຈໃສ່ຂອງກັນກວ່າອີກ, ຈາກນັ້ນພ້ອມກັນມານະພະຍາຍາມຊອກຫາມາດຕະການທີ່ເໝາະສົມທີ່ສຸດ.

ນອກຈາກຄວາມມານະພະຍາຍາມປັບປຸງກຳລັງແຮງພາຍໃນແລ້ວ, ອາຊຽນ ນັບມື້ນັບສະແດງໃຫ້ເຫັນການພັດທະນາຢ່າງຕັ້ງໜ້າໃນການພົວພັນກັບຄູ່ຮ່ວມມື. ນັກຊ່ຽວຊານເສດຖະກິດສາກົນຫຼາຍທ່ານ ຊີ້ອອກວ່າ, ອາຊຽນ ພວມຄ່ອຍໆກາຍເປັນຈຸດໃຈກາງແຫ່ງການເຕີບໂຕໃນທົ່ວໂລກ. ພື້ນຖານສຳຄັນທີ່ສຸດຂອງຄວາມຄາດຫວັງນີ້ແມ່ນອາຊຽນ ໄດ້ພິສູດໃຫ້ເຫັນຢ່າງຈະແຈ້ງວ່າ ອາຊີຕາເວັນອອກສ່ຽງໃຕ້ ແມ່ນພາກພື້ນສັນຕິພາບ, ສະຖຽນລະພາບ ແລະພັດທະນາວັດທະນາຖາວອນ ດ້ວຍຈຳນວນພົນລະເມືອງຢູ່ພາກພື້ນກວມ 65% ສາມາດກາຍເປັນຄົນຊັ້ນກາງໃນປີ 2030. ບັນດາປັດໄຈດັ່ງກ່າວແມ່ນກຳລັງໜູນເພື່ອນໍາອາຊຽນກາຍເປັນໃຈກາງແຫ່ງການເຕີບໂຕດ້ວຍຍຸດທະສາດຜິດປົກກະຕິໃນສະພາບການໂລກຍັງບໍ່ທັນໄດ້ຮັບການປັບປຸງໃຫ້ດີຂຶ້ນ.

ໂດຍ: ເຈິ່ນຮວ່ຽນ