leftcenterrightdel
ທໍານຽບຂາວ ຕົກລົງເວລາຈັດຕັ້ງກອງປະຊຸມສຸດຍອດພິເສດອາເມລິກາ-ອາຊຽນ. ພາບ: Getty.

ນີ້ແມ່ນກອງປະຊຸມສຸດຍອດພິເສດຄັ້ງທີ 2 ນັບແຕ່ປີ 2016 ແລະກໍ່ແມ່ນການພົບປະໂດຍກົງຄັ້ງທຳອິດລະຫວ່າງການນຳສອງຝ່າຍນັບແຕ່ປີ 2017. ແຈ້ງການເນັ້ນໜັກວ່າ: “ກອງປະຊຸມສຸດຍອດພິເສດຄັ້ງນີ້ຈະຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາລວມກ່ຽວກັບການຮັກສາບົດບາດໃຈກາງ ແລະຄວາມເປັນເອກະພາບຂອງອາຊຽນ ຜ່ານບັນດາກົນໄກທີ່ມີຢູ່ແລ້ວໂດຍອາຊຽນນໍາພາ ກໍ່ຄືຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະຄວາມວັດທະນາຖາວອນຢູ່ພາກພື້ນ”. ໃນວັນດຽວກັນ, ໜັງສືພິມ South China Morning Post ກໍ່ຄັດສະເໜີຄຳເວົ້າຂອງທ່ານນາງ Jen Psaki ເລຂາຮັບຜິດຊອບວຽກງານສື່ມວນຊົນຂອງທຳນຽບຂ່າວ ທີ່ຢັ້ງຢືນວ່າບຸລິມະສິດແຖວໜ້າຂອງອຳນາດການປົກຄອງປະທານາທິບໍດີອາເມລິກາ Joe Biden ແມ່ນກາຍເປັນ “ຄູ່ຮ່ວມມືທີ່ເຂັ້ມແຂງ ແລະເປັນໜ້າໄວ້ເນື້ອເຊື່ອໃຈຢູ່ອາຊີຕາເວັນອອກສ່ຽງໃຕ້” ແລະກອງປະຊຸມ “ຈະສະແດງໃຫ້ເຫັນຄໍາໝັ້ນສັນຍາຍາວນານຂອງອາເມລິກາ ຕໍ່ອາຊຽນ”.

ໂດຍ: ເຈິ່ນຮວ່ຽນ