leftcenterrightdel
ຈອມພົນ Min Aung Hlaing ພົບປະກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ Prak Sokhonn. ພາບ: ກະຊວງການຕ່າງປະເທດກຳປູເຈຍ.

ວັນທີ 21 ມີນາ, ທ່ານປະທານສະພາແຫ່ງລັດມຽນມາ (SAC) ຈອມພົນ Min Aung Hlaing ໄດ້ພົບປະກັບບັນດາທູດພິເສດຂອງອາຊຽນ ຢູ່ນະຄອນຫຼວງ Nay Pyi Taw. ທ່ານ Min Aung Hlaing ໄດ້ດຳເນີນການເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ, ທັງເປັນລັດຖະມົນຕີການຕ່າງປະເທດກຳປູເຈຍ Prak Sokhonn, ທ່ານ Lim Jock Hoi, ເລຂາທິການໃຫຍ່ອາຊຽນ. ທີ່ບັນດາການເຈລະຈາ, ປະທານ SAC ແລະບັນດາທູດພິເສດອາຊຽນ ໄດ້ແລກປ່ຽນກ່ຽວກັບທັດສະນະທີ່ກ່ຽວຂ້ອງເຖິງລະດັບຄວາມຄືບໜ້າການປະຕິບັດຂໍ້ເຫັນດີ 5 ຢ່າງຂອງອາຊຽນ, ເລື່ອງສະໜອງການໜູນຊ່ວຍມະນຸດສະທຳໃຫ້ແກ່ປະຊາຊົນມຽນມາ ແລະເພີ່ມທະວີການຮ່ວມມືອາຊຽນ. ການຢ້ຽມຢາມຂອງບັນດາທູດພິເສດອາຊຽນ ຢ່າງເປັນທາງການແມ່ນເພື່ອແນໃສ່ບັນລຸໄດ້ການປັບປຸງໃນສະພາບການປະຈຸບັນຂອງມຽນມາ ຜ່ານບັນດາການເຈລະຈາ.

ແຫຼ່ງຄັດຈາກ: vovworld.vn