ທີ່ກອງປະຊຸມ, ສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃຫ້ບູລິມະສິດສົມທົບກັນຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ, ພ້ອມທັງໜູນຊ່ວຍເຊິ່ງກັນ ແລະກັນຍູ້ແຮງຄວາມມານະພະຍາຍາມຟື້ນຟູແບບຍືນຍົງ. ອາຊຽນ ສະເໜີສົມທົບກັນສ້າງຄວາມສະດວກໃຫ້ແກ່ການແລກປ່ຽນການຄ້າ, ການລົງທຶນ, ໝູນໃຊ້ສັນຍາການຄ້າເສລີອາຊຽນ-ຈີນ (ACFTA) ຢ່າງມີປະສິດທິຜົນ ແລະຊຸກຍູ້ການໃຫ້ສັດຕະຍາບັນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP) ເພື່ອສ້າງກໍາລັງໜູນໃຫ້ແກ່ການເຕີບໂຕໃໝ່...

ບັນດາລັດຖະມົນຕີ ໄດ້ຊົມເຊີຍຄວາມມານະພະຍາຍາມໃນການສືບຕໍ່ດຳເນີນການເຈລະຈາກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ໂດຍໄວ, ລວມມີກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ-ຈີນ ກ່ຽວກັບການຜັນຂະຫຍາຍຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 19 ໃນວັນທີ 7 ມິຖຸນາ ຢູ່ຊົງຊິງ, ຈີນ. ບັນດາລັດຖະມົນຕີ ໄດ້ໃຫ້ຄຳໝັ້ນສັນຍາສືບຕໍ່ປະຕິບັດ DOC ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະຊຸກຍູ້ການເຈລະຈາສ້າງ COC ຢ່າງມີປະສິດທິຜົນ, ເນື້ອແທ້, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982.

leftcenterrightdel
ທ່ານ ບຸ່ຍແທັງເຊີນ ລັດຖະມົນຕີຕ່າງປະເທດຫວຽດນາມ ກ່າວຄໍາເຫັນທີ່ກອງປະຊຸມ. ພາບ: dangcongsan.vn.

ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານ ບຸ່ຍແທັງເຊີນ ເນັ້ນໜັກວ່າ ບັນດາຝ່າຍຄວນສະແດງໃຫ້ເຫັນເຈດຕະນາດີໃນການຮ່ວມມື, ການກະທຳມີຄວາມຮັບຜິດຊອບ, ພ້ອມກັນມຸ່ງໄປເຖິງການສ້າງທະເລຕາເວັນອອກໃຫ້ມີສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ ແລະປົກປັກຮັກສາສິ່ງແວດລ້ອມ; ບັນດາຝ່າຍຄວນເຄົາລົບກົດໝາຍ, ແກ້ໄຂການຂັດແຍ້ງກັນ ແລະຄວາມແຕກຕ່າງກັນໂດຍສັນຕິວິທີ; ທ່ານຢັ້ງຢືນວ່າ ຫວຽດນາມ ໃຫ້ຄຳໝັ້ນສັນຍາພ້ອມກັບບັນດາປະເທດອາຊຽນ ແລະຈີນ ສືບຕໍ່ຜັນຂະຫຍາຍ DOC ຢ່າງຄົບຖ້ວນ ແລະມີປະສິດທິຜົນ, ຊົມເຊີຍເລື່ອງສືບຕໍ່ດຳເນີນການເຈລະຈາ COC ຄືນໃໝ່ ແລະຢັ້ງຢືນວ່າ ຫວຽດນາມ ຈະມານະພະຍາຍາມຢ່າງສຸດຂີດ ເພື່ອຊຸກຍູ້ການເຈລະຈາ, ມຸ່ງໄປເຖິງການສໍາເລັດ COC ຢ່າງມີປະສິດທິຜົນ, ເນື້ອແທ້, ເໝາະສົມກັບກົດໝາຍສາກົນ ແລະ UNCLOS 1982 ແລະໄດ້ຮັບການສະໜັບສະໜູນຈາກປະຊາຄົມສາກົນ.

ໂດຍ: ເຈິ່ນຮວ່ຽນ