leftcenterrightdel
ທ່ານພົນຈັດຕະວາ Zaw Min Tun ໂຄສົກສະພາບໍລິຫານລັດ ມຽນມາ. ພາບ: ສໍານັກຂ່າວສານຫວຽດນາມ. 

ວັນທີ 15 ພຶດສະພາ, ທ່ານພົນຈັດຕະວາ Zaw Min Tun ໂຄສົກສະພາບໍລິຫານລັດ ມຽນມາ (SAC)  ໃຫ້ຮູ້ວ່າ ກະຊວງການຕ່າງປະເທດມຽນມາ ຈະດຳເນີນກອງປະຊຸມກັບບັນດາເຈົ້າໜ້າທີ່ອາຊຽນ ໃນອາທິດຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ປັດຈຸບັນຍັງບໍ່ມີຖະແຫຼງການຢ່າງເປັນທາງການ ຊຶ່ງກ່ຽວຂ້ອງເຖິງຂອງການຢ້ຽມຢາມຂອງປະທານ ແລະ ເລຂາທິການໃຫຍ່ ອາຊຽນ ໄປຍັງມຽນມາ.

ໃນອາທິດຜ່ານມາ, SAC ໄດ້ປະກາດວ່າ ກອງທັບປະເທດນີ້ ພວມສຸມໃສ່ສ້າງສະພາບການທີ່ມີຄວາມສະຖຽນລະພາບຢູ່ປະເທດນີ້ກ່ອນດຳເນີນກອງປະຊຸມກັບບັນດາເຈົ້າໜ້າທີ່ ອາຊຽນ ຢູ່ ມຽນມາ ຕາມຄວາມເຫັນດີເຫັນພ້ອມ 5 ຈຸດ ເຊິ່ງ ບັນດາການນຳພາກພື້ນ ໄດ້ເຫັນດີເປັນເອກະພາບຟື້ນຟູໃນເດືອນກ່ອນ. ພ້ອມກັນນັ້ນ, SAC  ໄດ້ຢັ້ງຢືນວ່າ ມຽນມາ ຈະຮ່ວມມືກັບຜູ້ຕາງໜ້າຂອງອາຊຽນ ເມື່ອບັນລຸໄດ້ຄວາມໝັ້ນຄົງ ແລະສະຖຽນລະພາບພາຍໃນປະເທດ.

ກ່ອນໜ້ານັ້ນ, ມຽນມາໄດ້ຕົກເຂົ້າສູ່ສະພາບບໍ່ມີທາງອອກດ້ານການເມືອງ ນັບແຕ່ວັນທີ 1 ກຸມພາ ເມື່ອ ກອງທັບປະເທດນີ້ ກັກຕົວບັນດາການນຳລັດຖະບານ, ບັນດາຜູ້ວ່າການລັດພ້ອມກັບສະມາຊິກຂັ້ນສູງຂອງພັກສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕມຽນມາ (NLD). 

ແຫຼ່ງຄັດຈາກ: vovworld.vn