leftcenterrightdel
ພາບປະກອບ: kpl.gov.la.

ອາ​ຊຽນ ຈະ​ຮັກສາ​ຄວາມ​ສາມັກຄີປະກອບສ່ວນເຂົ້າ​ໃນ​ສັນຕິພາບ, ສະຖຽນ​ລະ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ ​ແລະ ​ໃນ​ພາກ​ພື້ນ ພາຍຫລັງຈັດ​ກອງ​ປະຊຸມ​ເຈົ້າໜ້າ​ທີ່​ອາວຸ​ໂສ​ອາ​ຊຽນ ຜ່ານທາງ​ອອກ​ລາຍໃນ​ວັນ​ທີ 19 ​ມັງກອນ ​ນີ້ໂດຍ​ແມ່ນການເຄື່ອນໄຫວອາຊຽນ ຄັ້ງທຳອິດໃນປີນີ້ທີ່ປະທດ ບຣູ​ໄນ ເປັນເຈົ້າພາບຈັດກອງປະຊຸມ ດັ່ງກ່າວຂຶ້ນ ​ແລະ ມີໜ້າທີ່ກະກຽມຫລາຍດ້ານໃຫ້ແກ່ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ (AMMR) ເຊິ່ງຈະຈັດຂຶ້ນໃນວັນທີ 21 ມັງກອນ ຜ່ານທາງອອນລາຍ​ເຊັ່ນ​ກັນ. ຈາກ​ນັ້ນບັນດາຝ່າຍຕ່າງໆສືບຕໍ່ປະຕິບັດຖະແຫລງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ເຂັ້ມງວດ ແລະ ຊຸກຍູ້ການເຊື່ອມຕໍ່ການເຈລະຈາຄືນໃໝ່ກ່ຽວກັບການສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ປະສິດທິພາບ, ເໝາະສົມກັບກົດໝາຍສາກົນ. ໃນນັ້ນມີສົນທິສັນຍາກ່ຽວກັບກົດໝາຍວ່າດ້ວຍທະເລຂອງສະຫະປະຊາຊາດ (UNCLOS) ​ໃນ​ປີ1982.

ເນື້ອໃນ: ຂປລ