ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 16 ກັນຍາ ຕາມຮູບການຢູ່ກັບທີ່ ແລະອອນລາຍ, ດ້ວຍການເຂົ້າຮ່ວມຂອງຜູ້ແທນ 150 ຄົນຢູ່ 70 ສະຖານທີ່ເຊື່ອມຕໍ່, ລວມມີບັນດາລັດຖະມົນຕີກະຊວງແຮງງານອາຊຽນ, ບັນດາລັດຖະມົນຕີກະຊວງສຶກສາອາຊຽນ, ເລຂາທິການໃຫຍ່ອາຊຽນ, ຫົວໜ້າຜູ້ຕາງໜ້າບັນດາອົງການຈັດຕັ້ງສາກົນ, ບັນດາຄູ່ຮ່ວມມືເຈລະຈາຂອງອາຊຽນ ທັງພາຍໃນ ແລະນອກພາກພື້ນ... ກອງປະຊຸມແນໃສ່ຊຸກຍູ້ການຮ່ວມມືໃນອາຊຽນ ກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດ ພ້ອມກັນສ້າງອະນາຄົດຂອງອາຊຽນໃຫ້ມີຄວາມເຫັນດີເປັນເອກະພາບ.

leftcenterrightdel
ການນໍາກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມ ແບ່ງປັນຂໍ້ມູນຂ່າວສານທີ່ກອງປະຊຸມຂ່າວ. ພາບ: qdnd.vn.

ທ່ານ ເລວັນແທັງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໃຫ້ຮູ້ວ່າ: "ບັນດາເປົ້າໝາຍໃນກົດບັດຂອງອາຊຽນ, ນັ້ນແມ່ນພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະຊຸກຍູ້ການພັດທະນາແບບຍືນຍົງ ແລະເພີ່ມທະວີຄວາມສາມາດຟື້ນຟູຂອງພາກພື້ນ. ຍ້ອນແນວນັ້ນ, ໃນໂລກພວມປ່ຽນແປງຢ່າງວ່ອງໄວຄືປະຈຸບັນ, ອາຊຽນ ຍາມໃດກໍ່ກໍານົດເອົາມະນຸດເປັນໃຈກາງຂອງການພັດທະນາ. ສະນັ້ນ, ຫວຽດນາມ ເລືອກເອົາການພັດທະນາແຫຼ່ງຊັບພະຍາກອນມະນຸດແມ່ນບຸລິມະສິດໃນປະຊາຄົມວັດທະນະທຳ-ສັງຄົມອາຊຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາປະຊາຄົມເສດຖະກິດ ແລະຊຸກຍູ້ອາຊຽນ ໃຫ້ມີຄວາມສະໜິດຕິດພັນ ແລະເປັນເຈົ້າການຄືດັ່ງຫົວຂໍ້ຂອງປີປະທານອາຊຽນ 2020".

ໂດຍ: ເຈິ່ນຮວ່ຽນ