leftcenterrightdel
ພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ຢູ່ປະເທດອີຕາລີ. ພາບ: vietnamplus.vn

ກ່າວຄຳເຫັນທີ່ພີທີໄຂ, ໂດຍຕາງໜ້າບັນດາເອກອັກຄະລັດຖະທູດອາຊຽນ ປະຈຳອີຕາລີ, ທ່ານເອກອັກຄະລັດຖະທູດຟີລິບປິນ ປະຈຳອີຕາລີ Domingo P.Nilasco, ທັງເປັນປະທານ ARC ຢືນຢັນວ່າ, ອາຊຽນ ມຸ່ງໄປເຖິງການເຊື່ອມໂຍງຢ່າງກວ້າງຂວາງກວ່າຜ່ານຖະແຫຼງການວິໄສທັດການນຳອາຊຽນ ກ່ຽວກັບການພົວພັນຄູ່ຮ່ວມມືເພື່ອຄວາມໝັ້ນຄົງຢູ່ບາງກອກ, ປະເທດໄທ, ເມື່ອເດືອນ ມິຖຸນາ ຜ່ານມາ.

ແລະກໍ່ໃນວັນດຽວກັນ, ເອກອັກຄະລັດຖະທູດບັນດາປະເທດອາຊຽນ ທີ່ມີສຳນັກງານຕັ້ງຢູ່ອາກຊັງຕິນ ລວມມີ: ຫວຽດນາມ, ໄທ, ອິນໂດເນເຊຍ, ຟີລິບປິນ ແລະ ມາເລເຊຍ ໄດ້ສົມທົບກັບກະຊວງການຕ່າງປະເທດອາກຊັງຕິນ ຈັດພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ຂຶ້ນຢ່າງສົມກຽດ, ດ້ວຍການເຂົ້າຮ່ວມຂອງຜູ້ຕາງໜ້າບັນດາກະຊວງ, ບັນດາອົງການຈັດຕັ້ງການເມືອງສັງຄົມຂອງປະເທດ, ເພື່ອນມິດ ແລະປະເທດປະຈຳຖິ່ນ…

ເນື່ອງໃນໂອກາດນີ້, ພິທີສະເຫຼີມສະຫຼອງ 52 ປີແຫ່ງວັນສ້າງຕັ້ງອາຊຽນ ກໍ່ໄດ້ຈັດຕັ້ງຢູ່ຈີເລ, ອາຟະລິກາໃຕ້ເຊັ່ນດຽວກັນ.

ແຫຼ່ງຄັດຈາກ: vovworld.vn