leftcenterrightdel
(ພາບປະກອບ)

ຄະນະກຳມະການເລືອກຕັ້ງແຫ່ງຊາດກຳປູເຈຍ ໃຫ້ຮູ້ວ່າ, ການເລືອກຕັ້ງປີນີ້ມີ 7 ພັກການເມືອງໄດ້ຈົດທະບຽນເຂົ້າຮ່ວມການເລືອກຕັ້ງ. ເຂົ້າຮ່ວມການຕິດຕາມການເລືອກຕັ້ງມີນັກສັງເກດການກວ່າ 10.000 ຄົນ ແລະ ນັກຂ່າວຢູ່ພາຍໃນ ແລະ ຕ່າງປະເທດເກືອບ 300 ຄົນ.

ສະພາຂັ້ນເມືອງ, ແຂວງ ແລະ ນະຄອນ ຢູ່ ກຳປູເຈຍ ມີອາຍຸ 5 ປີ, ບັນດາສະພາດັ່ງກ່າວມີໜ້າທີ່ສຳຄັນໃນການຕິດຕາມກວດກາການເຄື່ອນໄຫວ, ເຂົ້າຮ່ວມການປະກອບສ່ວນໃຫ້ແກ່ວຽກງານຊີ້ນຳ, ການບໍລິຫານຂອງອຳນາດການປົກຄອງທ້ອງຖິ່ນທຸກຂັ້ນ.

ແຫຼ່ງຄັດຈາກ: vovworld.vn