leftcenterrightdel
ນາຍທະຫານອິດສະຣາແອັນ ລາດຕະເວນລຽບຊາຍແດນອິດສະຣາແອັນ ແລະລີບັງ. ພາບ:

ກ່ຽວຂ້ອງເຖິງການປະຕິບັດໄລຍະທີ 1 ແກ່ຍາວ 6 ສັບປະດາຂອງຂໍ້ຕົກລົງຢຸດຍິງ ແລະແລກປ່ຽນຕົວປະກັນລະຫວ່າງອິດສະຣາແອນ ແລະ ຮາມາດສ, ຕອນຄໍ່າວັນທີ 18 ກຸມພາ, ໜັງສືພິມ Post ຂອງ Jerusalem ໄດ້ໃຫ້ຂ່າວວ່າ ຂະບວນການ ຮາມາດສ ກະກຽມການແລກປ່ຽນຊາກສົບຕົວປະກັນ 4 ຄົນໃນວັນທີ 20 ກຸມພາ ແລະປ່ອຍຕົວອີກ 3 ຄົນ ຫຼັງຈາກນັ້ນ 2 ວັນ. ກ່ອນໜ້ານັ້ນໃນ 6 ຄັ້ງແລກປ່ຽນຊື່ງໄດ້ດຳເນີນນັ້ນ ຮາມາດສ ປ່ອຍຕົວປະກັນທັງໝົດ 17 ຄົນ, ສ່ວນອິດສະຣາແອນ ປ່ອຍຕົວອິດສະຫລະໃຫ້ແກ່ນັກໂທດ ປາແລດສະຕິນ 1000 ຄົນ. ບັ້ນແລກປ່ຽນຕົວປະກັນສຸດທ້າຍຂອງໄລຍະທີ 1 ໄດ້ກຳນົດຈະດຳເນີນໃນທ້າຍສັບປະດາຈະມາເຖິງ ແລະກໍ່ແມ່ນຈຸດເວລາສິ້ນສຸດໄລຍະທີ 1 ຂອງຄຳສັ່ງຢຸດຍິງ.

ແຫຼ່ງຄັດຈາກ: vovworld.vn