ລາວ ປະກາດ logo ສະເຫຼີມສະຫຼອງ 70 ປີທີ່ເຂົ້າເປັນສະມາຊິກຂອງ ສປຊ
Logo ແມ່ນການສົມທົບຕົວເລກ 70, ສັນຍາລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ.
    |
 |
ລາວ ປະກາດ logo ສະເຫຼີມສະຫຼອງ 70 ປີທີ່ເຂົ້າເປັນສະມາຊິກຂອງ ສປຊ. ພາບ: ເຈິ່ນຕວັນ |
ຕອນເຊົ້າວັນທີ 15 ກັນຍາ, ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດພິທີປະກາດ logo ສະເຫຼີມສະຫຼອງ 70 ປີແຫ່ງວັນປະເທດ ລາວ ເຂົ້າເປັນສະມາຊິກຂອງ ສປຊ (1955-2025). Logo ແມ່ນການສົມທົບຕົວເລກ 70, ສັນຍາລັກຂອງບັນດາເປົ້າໝາຍພັດທະນາແບບຍືນຍົງ, ໃນນັ້ນ ຮູບຕົວເລກ 7 ແມ່ນຍັນຍາລັກຂອງຄວາມເປັນເອກະພາບ, ນົກກາງແກ ແມ່ນສັນຍາລັກແຫ່ງສັນຕິພາບ, ກີບດອກຈຳປາເປັນສັນຍາລັກດອກໄມ້ຂອງຊາດ ແລະຮວງເຂົ້າແມ່ນຍັນຍາລັກໃຫ້ການພັດທະນາແບບຍືນຍົງ, ການເຂົ້າຮ່ວມ ແລະຮ່ວມມືສາກົນ, ພ້ອມກັບການຮັກສາວັດທະນະທຳ-ແບບແຜນການດຳລົງຊີວິດຂອງປະຊາຊົນ ລາວ.
ກ່າວຄຳເຫັນທີ່ເຫດການ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີການຕ່າງປະເທດລາວ ເນັ້ນໜັກວ່າ: ການພົວພັນຮ່ວມມື ລາວ-ສປຊ ແມ່ນການຮ່ວມເດີນທາງຂອງຄວາມຫວັງ, ຄວາມສາມັກຄີ ແລະຄວາມກ້າວໜ້າ, ລາວ ແລະສປຊ ເຄີຍຜ່ານຜ່າສິ່ງທ້າທາຍນາໆປະການ ແລະພວມພັດທະນາເທື່ອລະກ້າວ; ຍາມໃດ ລາວ ກໍ່ສະໜັບສະໜູນສັນຕິພາບ, ຄວາມສາມັກຄີ ແລະການຮ່ວມມືສາກົນ. ເລື່ອງປະກາດ logo ສະເຫຼີມສະຫຼອງ 70 ປີ ບໍ່ພຽງແຕ່ແມ່ນຂີດໝາຍສັນຍາລັກຂອງໄລຍະຮ່ວມມືເທົ່ານັ້ນ, ຫາກຍັງແມ່ນຄຳໝັ້ນສັນຍາ ຈະສືບຕໍ່ຕິດພັນກັບ ສປຊ ອີກດ້ວຍ.
ຂ່າວ: ສໍານັກຂ່າວສານຫວຽດນາມ