leftcenterrightdel
ໂລໂກ TikTok. ພາບ: ສໍານັກຂ່າວສານຫວຽດນາມ

ໃນລັດຖະດຳລັດສະບັບໃໝ່ ທີ່ມີຊື່ວ່າ “ຕໍ່ກຳນົດເວລາໂຈະການປະຕິບັດຄຳສັ່ງເກືອດຫ້າມ TikTok”, ທ່ານປະທານາທິບໍດີອາເມລິກາ Donald Trump ຮຽກຮ້ອງໃຫ້ກະຊວງຍຸຕິທຳອາເມລິກາ ບໍ່ດຳເນີນການບັງຄັບ ຫຼື ນຳໃຊ້ມາດຕະການປັບໄໝສຳລັບການກະທຳຈຳໜ່າຍ, ຮັກສາ ຫຼື ອັບເດດແອັບ TikTok ໃນຕະຫຼອດໄລຍະຕໍ່ກຳນົດເວລາ. ຊ້ຳບໍ່ໜຳ, ນັບທັງບັນດາການກະທຳທີ່ໄດ້ດຳເນີນແຕ່ວັນທີ 19 ມັງກອນ 2025 (ເຊິ່ງເປັນຈຸດເວລາທີ່ກົດໝາຍມີຜົນສັກສິດ) ຮອດມື້ປະກາດໃຊ້ລັດຖະບັນຍັດໃໝ່ ກໍຈະບໍ່ຖືກສືບສວນ. ລັດຖະມົນຕີກະຊວງຍຸຕິທຳ ໄດ້ຮັບການມອບໝາຍໜ້າທີ່ຮັບຜິດຊອບປະກາດໃຊ້ເອກະສານແນະນຳ ແລະຝາກຈົດໝາຍຢັ້ງຢືນເຖິງບັນດານັກສະໜອງການບໍລິການ ວ່າ ເຂົາເຈົ້າ ບໍ່ລະເມີດກົດໝາຍໃນໄລຍະນີ້. ນີ້ແມ່ນຄັ້ງທີ 3 ທີ່ທຳນຽບຂາວ ປະກາດໃຊ້ລັດຖະດຳລັດຕໍ່ກຳນົດເວລາ ນັບແຕ່ຕົ້ນປີ 2025.

ແຫຼ່ງຄັດຈາກ: vovworld.vn