ວັນ​ທີ 14 ເມ​ສາ, ກອງ​ທຶນ​ເງິນ​ຕາ​ສາ​ກົນ (IMF) ໄດ້​ປະ​ກາດ​ບົດ​ລາຍ​ງານ “ແງ່​ຫວັງ​ເສດ​ຖະ​ກິດ​ໂລກ”, ໃນ​ນັ້ນ​ໄດ້​ຫ​ຼຸດ​ການ​ຄາດ​ຄະ​ເນ​ລະ​ດັບ​ເຕີບ​ໂຕ​ເສດ​ຖະ​ກິດ​ທົ່ວ​ໂລກ​ປີ 2026 ແລະກ່າວ​ເຕືອນ​​ຜົນ​ສະ​ທ້ອນ​ຫຍໍ້​ທໍ້ທີ່​ອາດ​ຈະ​ເກີດ​ຂຶ້ນ​ຍ້ອນ​ການ​ປະ​ທະ​ກັນ​ຢູ່ ຕາ​ເວັນ​ອອກ​ກາງ.

leftcenterrightdel
ພາບປະກອບຈາກສໍານັກຂ່າວສານຫວຽດນາມ.

IMF ຄາດ​ຄະ​ເນ​ວ່າ ລະ​ດັບ​ເຕີບ​ໂຕ​ທົ່ວ​ໂລກ​ພຽງ​ບັນ​ລຸ 3,1% ໃນ​ປີ 2026, ຫຼຸດ​ລົງ 0,2 ຄະ​ແນນ% ເມື່ອ​ທຽບ​ໃສ່​ການ​ຄາດ​ຄະ​ເນ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ເດືອນ ມັງ​ກອນ. ​ IMF ​ໃສ່​ໃຈວ່າ, ເລື່ອງ​ດັດ​ປັບ​ການ​ຄາດ​ຄະ​ເນ​ດັ່ງ​ກ່າວ​ໂດຍ​ອີງ​ໃສ່​ການສົມ​ມຸດ​ຖານ​ວ່າ ການ​ປະ​ທະ​ກັນ​ຢູ່ຕາ​ເວັນ​ອອກ​ກາງ ຈະ​ຢູ່​ໃນ​ໄລ​ຍະ “​ສັ້ນໆ”.

IMF ກໍ່​ໃສ່​ໃຈ​ວ່າ ກ່ອນ​ທີ່​ຈະ​ເກີດ​ການ​ປະ​ທະ​ກັນ​ຢ​ູ່ ຕາ​ເວັນ​ອ​ອກ​ກາງ, ເສດ​ຖະ​ກິດ​ທົ່ວ​ໂລກ​ມີ​ການ​ຜັນ​ແປ​ທີ່​ຕັ້ງ​ໜ້າກວ່າ​ການ​ຄາດ​ຄະ​ເນດ້ວຍ​ທ່າ​ເຕີບ​ໂຕ​ທີ່​ໄດ້​ຮັບ​ຄວາມ​ຫວັງ​ວ່າ ​ດີ​ພໍ​ສົມ​ຄວນ​ໃນ​ປີ 2026. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ການ​ປະ​ທະ​ກັນ​ຢູ່ຕາ​ເວັນ​ອອກ​ກາງ ພວມ​ເຮັດ​ໃຫ້​​ທຸກ​ການ​ຄາ​ດ​ຄະ​ເນ​ກ່ອນນັ້ນ​ຖື​ກ​ຕ​່າວ​ປິ້ນ.

ແຫຼ່ງຄັດຈາກ: vovworld.vn