ເກຼັກ ກູ້ເອົາຊີວິດຊາວອົບພະຍົບຢູ່ນອກຝັ່ງເກາະ Crete ກວ່າ 300 ຄົນ
ວັນທີ 14 ເມສາ, ວົງການເຈົ້າໜ້າທີ່ ເກຼັກ ໃຫ້ຮູ້ວ່າ ໃນ 2 ວັນຜ່ານມາ, ກຳລັງປ້ອງກັນຝັ່ງທະເລຂອງປະເທດນີ້ ໄດ້ກູ້ເອົາຊີວິດຊາວອົບພະຫຍົບກວ່າ 300 ຄົນ, ສ່ວນຫຼາຍແມ່ນມາຈາກບັນດາປະເທດ ບັງກະລາເທດ, ອີຢິບ, ເຢແມນ ແລະ ຊູດັງ, ໃນສະພາບທີ່ເສັ້ນທາງອົບພະຍົບທີ່ອັນຕະລາຍຈາກ ລີບີ ໄປຍັງ ເອີຣົບ ນັບມື້ນັບເພີ່ມຂຶ້ນ.