ວັນທີ 26 ມີນາ, ທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ ໄດ້ຢັ້ງຢືນວ່າ ອາເມລິກາ ໄດ້ສົ່ງແຜນການ 15 ຂໍ້ໄປຍັງອີຣານໂດຍຜ່ານ ປາກິດສະຖານ. ນີ້ແມ່ນການກະທຳຢ່າງຈະແຈ້ງທີ່ສຸດ ກ່ຽວກັບແຜນການຢຸດຕິການປະທະກັນຢູ່ພາກພື້ນຕາເວັນອອກກາງ ດ້ວຍເສັ້ນທາງການທູດ.
ບັນດາການກະທຳທຳອິດ
ບັນດາຂໍ້ມູນກ່ຽວກັບແຜນການ 15 ຂໍ້ຂອງອຳນາດການປົກຄອງ ອາເມລິກາ ໂດຍສື່ມວນຊົນຝ່າຍຕາເວັນຕົກເຕື້ອງເຖິງໃນຫຼາຍວັນ, ກ່ອນທີ່ທ່ານ Steve Witkoff ທູດພິເສດ ຈະຢັ້ງຢືນຢ່າງເປັນທາງການໃນວັນທີ 26 ມີນາ. ເຖິງວ່າຂໍ້ມູນລະອຽດຂອງແຜນການນີ້ຍັງບໍ່ທັນໄດ້ຮັບການເປີດເຜີຍແຕ່ຂໍ້ມູນເບື້ອງຕົ້ນສະແດງໃຫ້ເຫັນວ່າ ຝ່າຍອາເມລິກາ ຢາກບັນລຸໄດ້ຄຳສັ່ງຢຸດຍິງໃນເວລາ 30 ວັນ. ອີຣານ ຕ້ອງທຳລາຍບັນດາຮາກຖານນິວເຄຼຍ ຢູ່ Natanz, Isfahan ແລະ Fordow, ພ້ອມທັງໃຫ້ຄຳໝັ້ນສັນຍາ ບໍ່ພັດທະນາອາວຸດນິວເຄຼຍຕະຫຼອດໄປ. ຄຳຮຽກຮ້ອງອີກອັນໜຶ່ງຂອງອາເມລິກາ ແມ່ນ ອີຣານ ຕ້ອງຈຳກັດໄລຍະຍິງ ແລະຈຳນວນລູກສອນໄຟ ແລະ ສຳຄັນກວ່ານັ້ນແມ່ນ ຕ້ອງເປີດຊ່ອງແຄບທະເລ Hormuz ຄືນ. ແທນທີ່ນັ້ນ, ເຕເຮຣານ ຈະໄດ້ຮັບການຍົກເລີກທຸກຄຳສັ່ງລົງໂທດ, ພ້ອມທັງກົນໄກຂອງ ສປຊ ໄດ້ອະນຸຍາດຈັດວາງບັນດາຄຳສັ່ງລົງໂທດຄືນໃໝ່ ສຳລັບປະເທດນີ້(snapback) ໂດຍໄວ ກໍ່ໄດ້ຮັບການລົບລ້າງ. ທ່ານ Steve Witkoff ທູດພິເສດ ອາເມລິກາ ປະກາດວ່າ:
ພວກຂ້າພະເຈົ້າຈະພິຈາລະນາທຸກວຽກງານ ຈະໄປຮອດໃສ ແລະພວກຂ້າພະເຈົ້າຈະສາມາດໂນນນ້າວໃຈຝ່າຍ ອີຣານໄດ້ບໍ່ວ່າ ນີ້ແມ່ນບາດລ້ຽວ ແລະເຂົາເຈົ້າ ບໍ່ມາດຕະການໃດດີກວ່າບໍ່. ພວກຂ້າພະເຈົ້າໄດ້ຮັບບັນດາສັນຍານຢ່າງຈະແຈ້ງທີ່ສຸດວ່າ ນີ້ແມ່ນຄວາມສາມາດ (ເພື່ອຢຸດຕິການປະທະກັນ) ແລະຖ້າບັນລຸໄດ້ຂໍ້ຕົກລົງນີ້, ນັ້ນຈະແມ່ນສິ່ງດີທີ່ສຸດໃຫ້ແກ່ອີີຣານ, ໃຫ້ທັງພາກພື້ນ ແລະ ທັງໂລກອີກດ້ວຍ.
    |
 |
|
ຕຶກອາຄານພົນລະເຮືອນຖືກທຳລາຍພາຍຫຼັງເຫດບຸກໂຈມຕີທາງອາກາດຂອງ ອາເມລິກາ ອິດສະລາແອັນ ຢູ່ນະຄອນຫຼວງ ເຕເຮຣານ, ອີຣານ. ພາບ: Majid Asgaripour/WANA via REUTERS |
ບັນຫາວາງອອກໃນປັດຈຸບັນແມ່ນກະຕິກິລິຍາຈາກຝ່າຍອີີຣານ. ວັນທີ 26 ມີນາ, ສຳນັກຂ່າວສານ Tasnim ຂອງອີຣານ ໄດ້ລົງຂ່າວວ່າ ເຕເຮຣານ ໄດ້ສົ່ງຄຳຕອບທາງການຕໍ່ແຜນການ 15 ຂໍ້ໂດຍອາເມລິກາ ສະເໜີ. ໃນຄຳຕອບຂອງຕົນ, ອີຣານ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງຢຸດຕິບັນດາການກະທຳດ້ານການທະຫານ ທີ່ເລັ່ງໃສ່ປະເທດນີ້, ພ້ອມທັງສ້າງເງື່ອນໄຂເພື່ອສະກັດກັ້ນການປະທະກັນເກີດຂຶ້ນຄືນໃໝ່. ທ່ານ Abbas Aragchi ລັດຖະມົນຕີ ການຕ່າງປະເທດ ອີຣານ ປະກາດວ່າ:
ຝ່າຍອາເມລິກາ ໄດ້ຍົກອອກແນວຄິດຈຳນວນໜຶ່ງ. ມີບາງບ່ອນໄດ້ເວົ້າເຖິງແຜນການ 15 ຂໍ້, ແຕ່ໄດ້ຮັບການແນະນຳຄືບັນດາຂໍ້ສະເໜີທີ່ແຕກຕ່າງກັນ. ທຸກສິ່ງນີ້ລ້ວນແຕ່ໄດ້ຍື່ນສະເໜີຕໍ່ບັນດາການນຳປະເທດ ແລະ ພວກຂ້າພະເຈົ້າຈະຍົກອອກທັດສະນະຖ້າມີຄວາມຈຳເປັນ. ປັດຈຸບັນ, ນະໂຍບາຍຂອງພວກຂ້າພະເຈົ້າແມ່ນສືບຕໍ່ຕໍ່ສູ້ ແລະປົກປ້ອງປະເທດຊາດ ແລະ ປັດຈຸບັນ ພວກຂ້າພະເຈົ້າບໍ່ມີບໍ່ວ່າແນວຄິດເຈລະຈາໃດ ແລະກໍ່ບໍ່ມີການເຈລະຈາໃດພວມດຳເນີນ.
ຕາມວົງການນັກສັງເກດການແລ້ວ, ຄຳຕອບເບື້ອງຕົ້ນຈາກຝ່າຍອີຣານ ສະແດງໃຫ້ເຫັນລະດັບຄວາມລະມັດລະວັງສະຫຼັບກັບຄວາມແຂງກະດ້າງຂອງປະເທດນີ້. ທ່ານ Raz Zimmt ຜູ້ອຳນວຍການໂຄງການ ອີຣານ ຢູ່ ສະຖາບັນຄົ້ນຄ້ວາຄວາມໝັ້ນຄົງ ແຫ່ງຊາດ ອິດສະລາແອັນ ໃຫ້ຂໍ້ສັງເກດວ່າ ເປັນທີ່ຈະແຈ້ງແລ້ວວ່າ, ຄະນະການນຳອີຣານໃນ ປັດຈຸບັນ ມີຄວາມສົນໃຈຕໍ່ຄຳສັ່ງຢຸດຍິງ, ແຕ່ບໍ່ແມ່ນດ້ວຍທຸກວິທີ.
ຄວາມສ່ຽງຄວາມເຄັ່ງຕຶງສືບຕໍ່ເພີ່ມຂຶ້ນຍັງຢູ່ລະດັບສູງ
ເລື່ອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃນວັນທີ 26 ມີນາ ເປັນຄັ້ງທີສອງທີ່ໄດ້ຕັດສິນໃຈໂຈະ ຄຳຂາດ (ກ່ຽວກັບເລື່ອງບຸກໂຈມຕີ ເລັ່ງໃສ່ບັນດາໂຮງງານໄຟຟ້າ ຂອງອີຣານ ຖ້າອີຣານ ບໍ່ເປີດການປິດຊ່ອງແຄບທະເລ Hormuz) ຕື່ມອີກ 10 ວັນ, ຮອດວັນທີ 5 ເມສາ, ຊ່ວຍໃຫ້ບັນດາຝ່າຍ ມີເວລາຕື່ມອີກເພື່ອຊັ່ງຊາບັນດາການຄັດເລືອກທາງການທູດ, ກໍ່ມີຄວາມໝາຍດຽວກັນກັບເລື່ອງມີຄວາມຫວັງຕື່ມອີກໃຫ້ແກ່ການຢຸດຕິການປະທະກັນຜ່ານການໂອ້ລົມເຈລະຈາ. ເຖິງຢ່າງໃດກໍຕາມ, ຕາມທ່ານ Daniel Levy, ອະດີດນັກຊ່ຽວຊານເຈລະຈາໃນລັດຖະບານ ອິດສະລາແອັນແລ້ວ, ບໍ່ວ່າຄວາມມານະພະຍາຍາມໂດຍກົງໃດລະຫວ່າງ ອາເມລິກາ ແລະ ອີຣານ ກໍ່ຕ້ອງຄິດໄລເຖິງປັດໄຈຫຼັກແຫຼ່ງແມ່ນທັດສະນະຂອງ ອິດສະລາແອັນ. ທ່ານ Michael Singh, ອະດີດຜູ້ອຳນວຍການສະພາຄວາມໝັ້ນຄົງແຫ່ງຊາດ ອາເມລິກາ ກ່ຽວກັບພາກພື້ນຕາເວັນອອກກາງ, ປະຕິບັດງານຢູ່ສະຖາບັນ ວໍຊິງຕັນຖືວ່າ ຍັງມີໂອກາດເພື່ອໃຫ້ສອງຝ່າຍບັນລຸໄດ້ຂໍ້ຕົກລົງ. ຕາມທ່ານແລ້ວ, ຖ້າທັງອາເມລິກາ ແລະ ອີຣານ ລ້ວນແຕ່ເຫັນໄດ້ເຖິງຜົນເສຍຫາຍຂອງການປະທະກັນນີ້ພວມເກີນຄວາມອົດທົນ, ສອງຝ່າຍອາດສາມາດເຊັນຂໍ້ຕົກລົງທີ່ກະທັດລັດ ເພື່ອແນໃສ່ຢຸດຕິການປະທະກັນໂດຍໄວ, ປະບັນດາບັນຫາຫຍຸ້ງຍາກທີ່ສຸດນັ້ນໄວ້ຊົ່ວຄາວ.
ເຖິງຢ່າງໃດກໍຕາມ, ຄວາມສ່ຽງການປະທະກັນເພີ່ມຂຶ້ນຍັງມີຢູ່ລະດັບສູງ. ໄປຄຽງຄູ່ກັບບັນດາການກະທຳທາງການທູດ, ອາເມລິກາ ກໍ່ເພີ່ມການມີໜ້າດ້ານການທະຫານຢູ່ພາກພື້ນຢ່າງຕໍ່ເນື່ອງ. ທ່ານ Klemens Fischer ສາດສະດາຈານກ່ຽວກັບການ ພົວພັນສາກົນດ້ານພູມີສາດການເມືອງຢູ່ ມະຫາວິທະຍາໄລ Cologne (ເຢຍລະມັນ) ກ່າວເຕືອນວ່າ:
ອາເມລິກາ ແລະ ອິດສະລາແອັນ ໄດ້ຄິດໄລ່ຜິດພາດກ່ຽວກັບປະຕິກິລະຍາຂອງ ອີຣານ ຍ້ອນວ່າ ເປັນທີ່ຮູກັນຈະແຈ້ງແລ້ວວ່າ ອີຣານໄດ້ກະກຽມໃຫ້ແກ່ວັນນີ້ມາເປັນເວລາກວ່າ 40 ປີແລ້ວ. ເຖິງຢ່າງໃດກໍຕາມ, ເຂົາເຈົ້າອາດສາມາດຍາດໄດ້ໄຊຊະນະ ກ່ຽວກັບດ້ານການທະຫານໃນການປະທະກັນນີ້ ແຕ່ ຜົນເສຍຫາຍພວມເພີ່ມຂຶ້ນໃນແຕ່ລະວັນ, ບໍ່ພຽງແຕ່ກ່ຽວກັບຊີວິດອິນຊີ ແລະ ເງິນທອງເທົ່ານັ້ນ ຫາກຍັງກ່ຽວກັບດ້ານການເມືອງຈະສູງທີ່ສຸດ.
ບັນດາເຈົ້າໜ້າທີ່ຂັ້ນສູງຂອງປະເທດອີຣານ ຍັງມີສະຕິຄວາມລະມັດລະວັງຕໍ່ບັນດາການກະທຳໃໝ່ເປັນທີ່ສຸດ. ວັນທີ 26 ມີນາ, ທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ ກ່າວເຕືອນກ່ຽວກັບ ຄວາມສ່ຽງເກີດການຮຸກຮານເລັ່ງໃສ່ໝູ່ເກາະແຫ່ງໜຶ່ງຂອງປະເທດນີ້ ດ້ວຍການໜູນຊ່ວຍຂອງປະເທດໜຶ່ງໃນພາກພື້ນທີ່ບໍ່ໄດ້ເຜີຍຊື່. ໃນສື່ສັງຄົມອອນໄລ X, ທ່ານ Ghalibaf ໃຫ້ຮູ້ວ່າບັນດາກຳລັງຂອງປະເທດອີຣານ ພວມຕິດຕາມທຸກການຜັນແປ, ພ້ອມທັງຍົກອອກຢ່າງຈະແຈ້ງວ່າ ຖ້າເກີດບໍ່ວ່າການບຸກໂຈມຕີໃດເລັ່ງໃສ່ອີຣານ, ພື້ນຖານໂຄງລ່າງສຳຄັນທັງໝົດຂອງປະເທດນັ້ນ ຢູ່ພາກພື້ນຈະກາຍເປັນເປົ້າໝາຍໂຕ້ຕອບ.
ແຫຼ່ງຄັດຈາກ: vovworld.vn