ອີຣານ ຖະແຫຼງຢາກຢຸດຕິການປະທະກັນຢ່າງສິ້ນເຊີງ
ອີຣານ ປາດຖະໜາຢາກ “ຢຸດຕິການປະທະກັນໃນປັດຈຸບັນກັບ ອາເມລິກາ ແລະ ອິດສະຣາແອັນ ຢ່າງສິ້ນເຊີງ. ນີ້ແມ່ນສານໂດຍທ່ານ Masoud Pezeshkian, ປະທານາທິບໍດີ ອີຣານ ໄດ້ຍົກອອກມາໃນການໂອ້ລົມທາງໂທລະສັບກັບທ່ານ Anwar Ibrahim ນາຍົກລັດຖະມົນຕີ ມາເລເຊຍ ໃນວັນທີ 26 ມີນາ.
ທ່ານປະທານາທິບໍດີ Pezeshkian ໃຫ້ຮູ້ວ່າ ເຕເຮຣານ ເດີນຕາມມາດຕະການສິ້ນສຸດສົງຄາມຢ່າງຮອບດ້ານ, ໄປຄຽງຄູ່ກັບການຮັບປະກັນກ່ຽວກັບສັນຕິພາບແບບຍາວນານໃນພາກພື້ນ. ພ້ອມດຽວກັນນັ້ນ, ທ່ານ Pezeshkian ກໍຕີລາຄາສູງຫຼັກໝັ້ນຂອງ ມາເລເຊຍ ທີ່ໄດ້ກ່າວປະນາມການບຸກໂຈມຕີເຂົ້າບັນດາເປົ້າໝາຍຂອງ ອີຣານ, ຖືນີ້ແມ່ນການສະໜັບສະໜູນໂດຍມີຫຼັກການຕໍ່ອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນຂອງປະເທດນີ້.
    |
 |
|
ທ່ານປະທານາທິບໍດີ ອີຣານ Masoud Pezeshkian. ພາບ: Iran's Presidential website/WANA/Handout via REUTERS |
ສ່ວນທ່ານນາຍົກລັດຖະມົນຕີ ມາເລເຊຍ ກໍ່ໄດ້ແບ່ງປັນກັບ ອີຣານ ຕໍ່ບັນດາຜົນເສຍຫາຍໂດຍການປະທະກັນກໍ່ຂຶ້ນ, ພ້ອມທັງເນັ້ນໜັກເຖິງຫຼັກໝັ້ນຄັດຄ້ານທຸກການກະທຳລະເມີດອະທິປະໄຕແຫ່ງຊາດ. ການນຳ ມາເລເຊຍ ກໍຮຽກຮ້ອງໃຫ້ຕ້ອງມີບັນດາການຮັບປະກັນສາກົນແນໃສ່ສະກັດກັ້ນບໍ່ໃຫ້ບັນດາການປະທະກັນເກີດຂຶ້ນອີກໃນອະນາຄົດ.
ໃນການຜັນແປທີ່ກ່ຽວຂ້ອງ, ກໍໃນວັນດຽວກັນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອີຣານ ໄດ້ອະນຸຍາດໃຫ້ກ່ຳປັ່ນຂົນສົ່ງນ້ຳມັນ 10 ລຳໄປຜ່ານຊ່ອງແຄບທະເລ Hormuz ຄືດັ່ງເປັນ “ການກະທຳທີ່ມີເຈດຕະນາດີ” ໃນສະພາບການບັນດາການເຈລະຈາແນໃສ່ຢຸດຕິການປະທະກັນລະຫວ່າງສອງຝ່າຍພວມດຳເນີນ.
ແຫຼ່ງຄັດຈາກ: vovworld.vn