leftcenterrightdel
ພາບ: MFA ໄທ

ໄທ ປາດຖະໜາຢາກສວມບົດບາດເປັນຂົວຕໍ່ລະຫວ່າງມຽນມາ ກັບອາຊຽນ ແລະປະຊາຄົມໂລກ. ນັ້ນແມ່ນຄຳຢືນຢັນຂອງທ່ານ Sihasak Phuangketkeow ລັດຖະມົນຕີການຕ່າງປະເທດ ໄທ ພາຍຫຼັງການພົບປະບໍ່ເປັນທາງການກັບທ່ານ Than Swe ຄູ່ຮ່ວມຕຳແໜ່ງ ມຽນມາ ໃນວັນທີ 18 ກຸມພາຢູ່ ພູເກດ ປະເທດ ໄທ.

ທີ່ການພົບປະ, ທ່ານລັດຖະມົນຕີການຕ່າງປະເທດ ໄທ Sihasak Phuangketkeow ເນັ້ນໜັກວ່າ: ໄທ ປາດຖະໜາຢາກສວມບົດບາດເປັນຂົວຕໍ່ລະຫວ່າງ ມຽນມາ ກັບອາຊຽນ ແລະປະຊາຄົມໂລກ, ພ້ອມທັງຖືວ່າ: ຝ່າຍມຽນມາ ກໍ່ຄວນມີບັນດາບາດກ້າວເດີນທີ່ຕັ້ງໜ້າເພື່ອແກ້ໄຂບັນດາຄວາມວິຕົກກັງວົນຂອງອາຊຽນ ຕາມຂໍ້ຕົກລົງ 5 ຈຸດ, ຜ່ານການເປີດກວ້າງການອຸປະຖຳມະນຸດສະທຳ, ສ້າງວິວັດການເຈລະຈາ, ຫຼຸດຜ່ອນການໃຊ້ຄວາມຮຸນແຮງໃນລະດັບຕ່ຳສຸດ….

ກ່ຽວກັບບັນຫາຄວາມສະຫງົບປອດໄພ ຢູ່ເຂດຊາຍແດນ, ທ່ານ Sihasak ໃຫ້ຮູ້ວ່າ: ໄທ ແລະມຽນມາ ມີເສັ້ນຊາຍແດນລວມທີ່ມີລວງຍາວປະມານ 2400 ກມ, ດັ່ງນັ້ນ, ສອງຝ່າຍໄດ້ເຫັນດີເປັນເອກະພາບ ເພີ່ມທະວີການຮ່ວມມື ແລະສະເໜີສ້າງຕັ້ງໜ່ວຍປະຕິບັດວຽກງານລວມ ແນໃສ່ຍົກສູງປະສິດທິຜົນການສົມທົບກັນກວດກາເຂດຊາຍແດນ.

ແຫຼ່ງຄັດຈາກ: vovworld.vn