ອິນເດຍ ແລະຝລັ່ງ ຍົກລະດັບສາຍພົວພັນຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ
ວັນທີ 17 ກຸມພາ ຢູ່ Mumbai, ທ່ານ Narendra Modi ນາຍົກລັດຖະມົນຕີ ອິນເດຍ ແລະທ່ານ Emmanuel Macron ປະທານາທິບໍດີ ຝລັ່ງ ໄດ້ອອກຖະແຫຼງການຮ່ວມຍົກລະດັບສາຍພົວພັນສອງຝ່າຍຂຶ້ນເປັນ “ຄູ່ຮ່ວມມືຍຸດທະສາດທົ່ວໂລກແບບພິເສດ” ຢ່າງເປັນທາງການ, ແນໃສ່ຊຸກຍູ້ສະຖຽນລະພາບ, ຄວາມວັດທະນະຖາວອນ ແລະການຮ່ວມມືທົ່ວໂລກໃນສະພາບການໂລກມີການຜັນແປຫຼາຍຢ່າງ.
ໃນຖະແຫຼງການຮ່ວມ, ທ່ານ Narendra Modi ຢັ້ງຢືນວ່າ ອິນເດຍ ແລະຝລັ່ງ ໄດ້ກ້າວເຂົ້າສູ່ສັງກາດໃໝ່ ທີ່ມີລັກສະນະຍຸດທະສາດ, ຮອບດ້ານ ແລະປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສະຖຽນລະພາບ ແລະພັດທະນາຂອງພາກພື້ນ ກໍຄືທົ່ວໂລກ. ສອງຝ່າຍເຫັນດີເປີດກວ້າງການຮ່ວມມືໃນບັນດາຂົງເຂດປ້ອງກັນຊາດ, ພະລັງງານສະອາດ, ອາວະກາດ, ເຕັກໂນໂລຢີຫາກໍ່ພົ້ນເດັ່ນ ແລະນະວັດຕະກຳ, ພ້ອມທັງປຸກລະດົມ “ປີແຫ່ງນະວັດຕະກຳອິນເດຍ - ຝລັ່ງ” ກັບບັນດາສູນຄົ້ນຄວ້າ ແລະການເຊື່ອມຕໍ່ວິສາຫະກິດ, startup, ນັກສຶກສາ ແລະນັກວິທະຍາສາດຂອງສອງປະເທດ.
ສິ່ງທີ່ໜ້າສົນໃຈແມ່ນ, ສອງຝ່າຍໄດ້ເປີດນຳໃຊ້ຕ່ອງໂສ້ປະກອບເຮືອບິນ ເຮລີກອັບແຕ Airbus H125 ຢູ່ ອິນເດຍ, ຮັບໃຊ້ຄວາມຕ້ອງການພາຍໃນປະເທດ ແລະ ສົ່ງອອກສາກົນ.
ການນຳສອງທ່ານ ກໍຢັ້ງຢືນຄືນຄຳໝັ້ນສັນຍາຕໍ່ກັບລັດທິຫຼາຍຝ່າຍ, ປະຕິຮູບລະບອບລະບຽບການທົ່ວໂລກ, ສັນຕິພາບຢູ່ຢູແກຼນ, ອາຊີຕາເວັນຕົກ ແລະພາກພື້ນມະຫາສະໝຸດອິນເດຍ - ປາຊີຟິກ, ພ້ອມທັງ ຕັດສິນໃຈຕ້ານການກໍ່ການຮ້າຍດ້ວຍທຸກວິທີທາງ.
ແຫຼ່ງຄັດຈາກ: vovworld.vn