ຫວຽດນາມ ຊຸກຍູ້ການສົນທະນາຫຼາຍຝ່າຍກ່ຽວກັບການບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ ຢູ່ ປານາມາ
ກປ.ອອນໄລ - ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ແລະ ກໍແມ່ນກອງປະຊຸມສຳມະນາຄັ້ງສຸດທ້າຍໃນລະບົບປຶກສາຫາພາກພື້ນ ໂດຍ ຫວຽດນາມ ຈັດຂຶ້ນ ແນໃສ່ກະກຽມໃຫ້ແກ່ກອງປະຊຸມສຳຫຼວດສົນທິສັນຍາ NPT ປີ 2026.
ໃນອາທິດຜ່ານມາ (ວັນທີ 12 - 13 ກຸມພາ), ກອງປະຊຸມສໍາມະນາທີ່ປຶກສາໃຫ້ແກ່ບັນດາປະເທດສະມາຊິກພາກພື້ນ ອາເມລິກາ ລາຕິນ ແລະ ກາຣີເບ ຂອງສົນທິສັນຍາບໍ່ແຜ່ຂະຫຍາຍອາວຸດນິວເຄຼຍ (NPT) ໄດ້ດຳເນີນຢູ່ນະຄອນ ປານາມາ ຊີຕີ, ປະເທດ ປານາມາ. ກອງປະຊຸມສຳມະນາດັ່ງກ່າວ ໂດຍ ຫວຽດນາມ ເປັນປະທານ ສົມທົບກັບຫ້ອງວ່າການ ສປຊ ກ່ຽວກັບບັນດາບັນຫາຫຼຸດຜ່ອນກຳລັງອາວຸດ ແລະການທະຫານ (UNODA) ແລະສະຫະພາບເອີຣົບ (EU) ຈັດຂຶ້ນ, ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າ 25 ປະເທດ, ອົງການຈັດຕັ້ງສາກົນ ແລະ ສະຖາບັນຄົ້ນຄວ້າຈາກພາກພື້ນອາເມລິກາລາຕິນ ແລະ ກາຣີເບ.
    |
 |
|
ທ່ານ ໂດ໋ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ. ພາບ: ສໍານັກຂ່າວສານຫວຽດນາມ. |
ນີ້ແມ່ນກອງປະຊຸມສຳມະນາຄັ້ງທີ 4 ແລະກໍແມ່ນກອງປະຊຸມສຳມະນາຄັ້ງສຸດທ້າຍໃນລະບົບປຶກສາຫາພາກພື້ນ ໂດຍ ຫວຽດນາມ ຈັດຂຶ້ນ ແນໃສ່ກະກຽມໃຫ້ແກ່ກອງປະຊຸມສຳຫຼວດສົນທິສັນຍາ NPT ປີ 2026. ໂດຍໄດ້ເປັນປະທານກອງປະຊຸມສຳມະນາ, ທ່ານ ໂດ໋ຮຸ່ງຫວຽດ ເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ ໄດ້ແບ່ງປັນບັນດາບຸລິມະສິດ ທີ່ ຫວຽດນາມ ຄາດຄະເນຈະຊຸກຍູ້ໃນຖານະເປັນປະທານ, ພ້ອມທັງຢັ້ງຢືນຄຳໝັ້ນສັນຍາບໍລິຫານກອງປະຊຸມບົນຈິດໃຈຈະແຈ້ງ, ດຸ່ນດ່ຽງ ແລະກວມລວມ, ຮັບຟັງ ແລະສ່ອງແສງຄວາມເອົາໃຈໃສ່, ຜົນປະໂຫຍດອັນຊອບທຳຈາກບັນດາປະເທດສະມາຊິກຢ່າງຄົບຖ້ວນ, ພ້ອມທັງຮຽກຮ້ອງໃຫ້ບັນດາປະເທດໃນພາກພື້ນອາເມລິກາລາຕິນ ແລະກາຣີເບ, ເຊິ່ງເປັນພາກພື້ນລົບລ້າງອາວຸດນິວເຄຼຍທຳອິດໃນໂລກ, ສືບຕໍ່ມີການປະກອບສ່ວນຢ່າງຕັ້ງໜ້າ, ມີຄວາມຮັບຜິດຊອບຕໍ່ກອງປະຊຸມສຳຫຼວດປີ 2026.
ໂດຍ: ກວຽດເຕິມ