ອີຣານ - ອາເມລິກາ ເຫັນດີຕໍ່ “ຫຼັກການກຳນົດທິດ” ໃຫ້ແກ່ຂໍ້ຕົກລົງທີ່ມີກຳລັງບົ່ມຊ້ອນ
ທ່ານ Abbas Araqchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາວາລະປຶກສາຫາລືໃນວັນທີ 17 ກຸມພາ ໄດ້ຊ່ວຍໃຫ້ສອງຝ່າຍຊອກຫາສຽງເວົ້າລວມໃນເບື້ອງຕົ້ນພາຍຫຼັງແລກປ່ຽນຢ່າງເຄັ່ງຕຶງມາເປັນຫຼາຍຊົ່ວໂມງ.
ອີຣານ ແລະອາເມລິກາ ບັນລຸໄດ້ຄວາມເຫັນດີເຫັນພ້ອມກ່ຽວກັບບັນດາ “ຫຼັກການກຳນົດທິດ” ໃນຮອບເຈລະຈານິວເຄຼຍຢູ່ ເຊີແນວ, ສະວິດ, ເປັນຂີດໝາຍບາດກ້າວເດີນສຳຄັນໃນຄວາມມານະພະຍາຍາມແກ້ໄຂໜຶ່ງໃນບັນດາຄວາມເຄັ່ງຕຶງດ້ານພູມສາດການເມືອງທີ່ແກ່ຍາວ ແລະສັບສົນທີ່ສຸດໃນໂລກ. ທ່ານ Abbas Araqchi ລັດຖະມົນຕີການຕ່າງປະເທດ ອີຣານ ໃຫ້ຮູ້ວ່າ ບັນດາວາລະປຶກສາຫາລືໃນວັນທີ 17 ກຸມພາ ໄດ້ຊ່ວຍໃຫ້ສອງຝ່າຍຊອກຫາສຽງເວົ້າລວມໃນເບື້ອງຕົ້ນພາຍຫຼັງແລກປ່ຽນຢ່າງເຄັ່ງຕຶງມາເປັນຫຼາຍຊົ່ວໂມງ. ທ່ານ ເນັ້ນໜັກວ່າ ບັນດາແນວຄິດທີ່ແຕກຕ່າງກັນທີ່ໄດ້ຍົກອອກມາ ແລະພິຈາລະນາຢ່າງເຂັ້ມງວດ, ຈາກນັ້ນ ບັນລຸໄດ້ຄວາມເຫັນດີເປັນເອກະພາບລວມກ່ຽວກັບບາງຫຼັກການພື້ນຖານທີ່ອາດຈະເປັນພື້ນຖານໃຫ້ແກ່ບັນດາການປະນິປະນອມຄັ້ງຕໍ່ໄປ.
ວໍຊິງຕັນ ຄາດວ່າ ເຕເຮຣານ ຈະຍື່ນບັນດາຂໍ້ສະເໜີລະອຽດກວ່າໃນສອງອາທິດຈະມາເຖິງ ເພື່ອແນໃສ່ຮັດແຄບໄລຍະຫ່າງທີ່ຍັງຄົງຄ້າງ.
ແຫຼ່ງຄັດຈາກ: vovworld.vn