FSB ຊີ້ແຈ້ງວ່າ ຜູ້ຖືກສົງໄສຕົ້ນຕໍ່ທີ່ຍິງປືນແມ່ນ Lyubomir Korba. ຜູ້ນີ້ຖືກຈັບຕົວຢູ່ນະຄອນ Dubai ດ້ວຍການໜູນຊ່ວຍຈາກບັນດາອົງການທີ່ມີໜ້າທີ່ຂອງສະຫະລັດອາຣັບເອັມມີເຣດ (UAE), ຫຼັງຈາກນັ້ນຖືກພາຕົວໄປ ລັດເຊຍ. ນອກນັ້ນ, ຜູ້ຖືກສົງໄສອື່ນແມ່ນ Viktor Vasin ກໍ່ຖືກຈັບຕົວຢູ່ນະຄອນຫຼວງມົດສະກູ. ທັງ 2 ຄົນນີ້ລ້ວນແຕ່ແມ່ນຊາວລັດເຊຍ ແລະຖືກກ່າວຫາວ່າ: ມີກົນອຸບາຍເຂັ່ນຂ້າມະນຸດ, ຄ້າຂາຍອາວຸດຜິດກົດໝາຍ ແລະມີກົນອຸບາຍເຂັ່ນຂ້າທະຫານ. ຜູ້ຖືກສົງໄສທີ 3 ແມ່ນ Zinaida Serebritskaya ປະຈຸບັນພວມໜີໄປຢູແກຼນ.

ແຫຼ່ງຄັດຈາກ: vovworld.vn