ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ຈັດກອງປະຊຸມຖະແຫຼງຂ່າວປະກາດນະໂຍບາຍພາຍຫຼັງການເລືອກຕັ້ງ
ລັດຖະບານຂອງທ່ານນາງ Takaichi Sanae ຈະສືບຕໍ່ສຸມໃສ່ເຂົ້າບັນດາບັນຫາໜູນຊ່ວຍສັງຄົມ, ຍູ້ແຮງບັນດາມາດຕະການເພື່ອເພີ່ມທະວີຄວາມໝັ້ນຄົງ, ການປ້ອງກັນຊາດ, ການຕ່າງປະເທດ…
ພາຍຫຼັງມີຂໍ້ມູນຂ່າວຢັ້ງຢືນກ່ຽວກັບໄຊຊະນະຂອງສຳພັນທະມິດກຳອຳນາດທີ່ການເລືອກຕັ້ງສະພາຕ່ຳຄັ້ງທີ 51 ໃນຕອນຄ່ຳວັນທີ 8 ກຸມພາ, ທ່ານນາງ Takaichi Sanae, ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ຈັດການປະຊຸມຖະແຫຼງຂ່າວໃນເວລາສັ້ນ. ຢູ່ທີ່ນີ້, ມີນະໂຍບາຍພາຍຫຼັງການເລືອກຕັ້ງຈຳນວນໜຶ່ງໄດ້ປະກາດ.
ປະທານພັກເສລີພາບປະຊາທິປະໄຕກຳອຳນາດ (LDP), ນາຍົກລັດຖະມົນຕີທ່ານນາງ Takaichi Sanae ໃຫ້ຮູ້ວ່າ ລັດຖະບານຂອງທ່ານນາງ ຈະສືບຕໍ່ສຸມໃສ່ເຂົ້າບັນດາບັນຫາໜູນຊ່ວຍສັງຄົມ, ຍູ້ແຮງບັນດາມາດຕະການ ເພື່ອເພີ່ມທະວີຄວາມໝັ້ນຄົງ, ການປ້ອງກັນຊາດ, ການຕ່າງປະເທດ… ກ່ຽວຂ້ອງເຖິງອະນາຄົດຂອງສຳພັນທະມິດກຳອຳນາດລະຫວ່າງ LDP ແລະພັກ Ishin no Kai, ພ້ອມກັນສ້າງໂຄງປະກອບລັດຖະບານຍີ່ປຸ່ນ ໃນໄລຍະຈະມາເຖິງ, ທ່ານນາງ Takaichi Sanae ໃຫ້ຮູ້ວ່າ:
“ນັບແຕ່ກ່ອນມາຮອດປະຈຸບັນ, ຍາມໃດຂ້າພະເຈົ້າກໍ່ປາດຖະໜາວ່າພັກ Ishin no Kai ຈະພ້ອມກັນແບກຫາບໜ້າທີ່ໃນລັດຖະບານ ແລະ ມາຮອດປະຈຸບັນ, ທັດສະນະນັ້ນບໍ່ມີການປ່ຽນແປງ. ແຕ່ຍັງບໍ່ທັນຮູ້ວ່າພັກ Ishin no Kai ຈະມີຄຳຕອບຄືແນວໃດກ່ຽວກັບບັນຫານີ້, ແຕ່ລັດຖະບານໃນປະຈຸບັນແມ່ນກຸ່ມທີ່ດີທີ່ສຸດ. ຂ້າພະເຈົ້າຍັງບໍ່ທັນມີແຜນປ່ຽນແປງບໍ່ວ່າສິ່ງໃດ. ເຖິງຢ່າງໃດກໍ່ຕາມ, ຖ້າມີການສະເໜີເຂົ້າຮ່ວມ 1 ທີ່ນັ່ງໃນລັດຖະບານຈາກພັກ Ishin no Kai, ຂ້າພະເຈົ້າຈະຊັ່ງຊາບັນຫານີ້”.
ແຫຼ່ງຄັດຈາກ: vovworld.vn