ສະພາສັນຕິພາບ ກາຊາ ຈະຈັດກອງປະຊຸມຄັ້ງທຳອິດ
ຄາດວ່າ, ທ່ານ Donald Trump, ປະທານາທິບໍດີອາເມລິກາ ຈະເປັນປະທານໄຂກອງປະຊຸມສະພາສັນຕິພາບໃນທ້າຍເດືອນນີ້ ເພື່ອແນໃສ່ແກ້ໄຂບັນຫາຢູ່ເຂດ ກາຊາ.
    |
 |
|
ທ່ານ Donald Trump, ປະທານາທິບໍດີ ອາເມລິກາ. ພາບ: REUTERS |
ກອງປະຊຸມຂອງສະພາສັນຕິພາບ ຈະຈັດຂຶ້ນກົງກັບຈຸດເວລາທີ່ທ່ານ Benjamin Netanyahu, ນາຍົກລັດຖະມົນຕີອິດສະຣາແອັນ ໄປຢ້ຽມຢາມທຳນຽບຂາວ, ການຢ້ຽມຢາມໄດ້ຂຶ້ນແຜນກ່ອນແລ້ວໂດຍແມ່ນໃນວັນທີ 18 ກຸມພາ. ຄາດວ່າ ກອງປະຊຸມຈະໄດ້ຈັດຂຶ້ນຢູ່ສະຖາບັນສັນຕິພາບ ທີ່ນະຄອນຫຼວງວໍຊິງຕັນ ແລະເພື່ອຮຽກຮ້ອງດ້ານການເງິນໃຫ້ແກ່ພາລະກິດແຫ່ງການສ້າງສັນເຂດ ກາຊາ ຄືນໃໝ່.
ຕາມແຜນການ, ທ່ານປະທານາທິບໍດີ Donald Trump ຈະດຳລົງຕຳແໜ່ງປະທານອົງການທີ່ຫາກໍ່ສ້າງຕັ້ງຂຶ້ນນີ້ດ້ວຍໜ້າທີ່ຕິດຕາມກວດກາໄລຍະສ້າງຕັ້ງຄືນໃໝ່ພາຍຫຼັງການປະທະກັນຢູ່ເຂດ ກາຊາ, ໃນຂອບເຂດໄລຍະທີ 2 ຂອງແຜນການສັນຕິພາບ 20 ຈຸດໂດຍທ່ານສະເໜີ.
ມີກວ່າ 20 ປະເທດ, ໃນນັ້ນມີ ອິດສະຣາແອັນ ໄດ້ຮັບຄຳເຊີນເຂົ້າຮ່ວມສະພາສັນຕິພາບ.
ແຫຼ່ງຄັດຈາກ: vovworld.vn