ອາເມລິກາ ແລະ ອີຣານ ເລີ່ມດຳເນີນການເຈລະຈາ
ຕາມແຜນການແລ້ວ, ວັນທີ 6 ກຸມພາ, ຜູ້ຕາງໜ້າຂັ້ນສູງຂອງອາເມລິກາ ແລະອີຣານ ເລີ່ມການເຈລະຈາແບບເຊິ່ງໜ້າຄັ້ງທຳອິດຢູ່ ໂອມານ. ການເຈລະຈາລະຫວ່າງອາເມລິກາ - ອີຣານ ໄດ້ເລີ່ມດຳເນີນໃນເວລາ 10 ໂມງ ເຊົ້າຂອງວັນທີ 6 ກຸມພາ ຕາມເວລາທ້ອງຖິ່ນ, ຢູ່ນະຄອນຫຼວງ Muscat ຂອງ ໂອມານ.
ຮູບແບບການເຈລະຈາແມ່ນເຊິ່ງໜ້າ, ໂດຍບໍ່ຜ່ານປະເທດເປັນກາງໄກ່ເກ່ຍ ແລະບໍ່ມີການເຂົ້າຮ່ວມຂອງຝ່າຍອື່ນ. ຫົວໜ້າຄະນະເຈລະຈາຝ່າຍອາເມລິກາ ແມ່ນທ່ານ Steve Witkoff ທູດພິເສດຂອງທ່ານປະທານາທິບໍດີ Donald Trump. ສ່ວນຝ່າຍ ອີຣານ ນຳໂດຍທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ. ທ່ານ Witkoff ແລະທ່ານ Araghchi ແມ່ນຜູ້ຕາງໜ້າຂອງ ອາເມລິກາ ແລະອີຣານ ໃນການເຈລະຈານິວເຄຼຍຂັ້ນສູງລະຫວ່າງສອງປະເທດເມື່ອຕົ້ນປີ 2025.
ກ່ຽວກັບເນື້ອໃນປຶກສາຫາລືໃນຮອບເຈລະຈາຢູ່ ໂອມານ, ມີບາງແຫຼ່ງຂ່າວໃນພາກພື້ນໄດ້ຢັ້ງຢືນວ່າ ບັນດາວາລະເຈລະຈາສ່ວນຫຼາຍຈະປິ່ນອ້ອມບັນຫານິວເຄຼຍຂອງ ອີຣານ, ແຕ່ກໍ່ອາດຈະລວມມີທັງໂຄງການລູກສອນໄຟນຳວິຖີ ແລະການໜູນຫຼັງຂອງ ອີຣານ ໃຫ້ກຸ່ມປະກອບອາວຸດໃນໄລຍະເກີດສົງຄາມ.
ແຫຼ່ງຄັດຈາກ: vovworld.vn