ພາຍຫຼັງບັນດາຄວາມມານະພະຍາຍາມທາງການທູດທີ່ເປັນຈຳນວນຫຼາຍຂອງຕວັກກີ ແລະ ຝ່າຍຈຳນວນໜຶ່ງ, ຄວາມເຄັ່ງຕຶງດ້ານການທະຫານລະຫວ່າງ ອາເມລິກາ ແລະອີຣານ ມີສັນຍານທີ່ຫຼຸດລົງໃນເບື້ອງຕົ້ນ. ຕາມນັ້ນແລ້ວ, ອີຣານ ຕົກລົງຍົກເລີກການຊ້ອມຮົບຍິງລູກປືນແທ້ ຢູ່ ຊ່ອງແຄບ Hormuz, ໃນຂະນະທີ່ອາເມລິກາ ຖອນກຳປັ່ນຂັບໄລ່ ມີລູກສອນໄຟອອກຈາກທ່າກຳປັ່ນ Eilat ຂອງ ອິດສະລາແອັນ. ສອງຝ່າຍ ກໍ່ໄດ້ຮັບຖືວ່າພວມກະກຽມກ້າວເຂົ້າສູ່ຮອບເຈລະຈາໃໝ່ໃນອາທິດນີ້.

ທັງອາເມລິກາ ແລະ ອີຣານ ກໍ່ແຈ້ງໃຫ້ກັນຊາບກ່ຽວກັບເລື່ອງກຽມພ້ອມດຳເນີນການເຈລະຈາມຸ່ງໄປເຖິງຂໍ້ຕົກລົງຢຸດຕິຄວາມເຄັ່ງຕຶງ. ວົງການເຈົ້າໜ້າທີ່ບັນດາປະເທດ ຕວັກກີ, ເອຢິບ ແລະ ກາຕາ, ປັດຈຸບັນ ພວມຮີບເຮັ່ງຈັດຕັ້ງການພົບປະລະຫວ່າງ ທ່ານ Steve Witkoff ທູດພິເສດອາເມລິກາ ແລະບັນດາເຈົ້າໜ້າທີ່ອີຣານ, ໃນອາທິດນີ້. ສະຖານທີ່ພົບປະມີຄວາມເປັນໄປໄດ້ສູງວ່າຢູ່ນະຄອນຫຼວງ Ankara ຂອງຕວັກກີ.

ສຳລັບຝ່າຍ ອີຣານ, ວັນທີ 1 ກຸມພາ, ຜູ້ນໍາສູງສຸດຂອງ ອີຣານ Ali Khamenei ໄດ້ປະກາດວ່າ ອີຣານ ບໍ່ມີຄວາມກັງວົນຕໍ່ການມີໜ້າຂອງກອງທັບອາເມລິກາ ຢູ່ພາກພື້ນ. ອີຣານ ຈະບໍ່ເລີ່ມຕົ້ນການປະທະກັນ ແລະ ບໍ່ຢາກບຸກໂຈມຕີບໍ່ວ່າປະເທດໃດ, ແຕ່ຈະມີການໂຕ້ຕອບຢ່າງແຮງຕໍ່ທຸກການກະທຳເກາະຜິດ ເລັ່ງໃສ່ອີຣານ.

ແຫຼ່ງຄັດຈາກ: vovworld.vn