leftcenterrightdel
ທ່ານປະທານາທິບໍດີ UAE Sheikh Mohamed bin Zayed Al Nahyan ພົບປະກັບຜູ້ຕາງໜ້າຄະນະຜູ້ແທນສາມປະເທດ ອາເມລິກາ, ລັດເຊຍ ແລະ ຢູແກຼນ. ພາບ: REUTERS

ຕາມທ່ານ Peskov ແລ້ວ, ຮອບເຮັດວຽກທີ 2 ຂອງກຸ່ມປະຕິບັດງານຈະດຳເນີນໃນລະຫວ່າງວັນທີ 4-5 ກຸມພາ.

ທ່ານ Peskov ເນັ້ນໜັ້ກວ່າ ວິວັດການແກ້ໄຂການປະທະກັນ ຢູ່ ຢູແກຼນ ແມ່ນວິວັດການທີ່ສັບສົນ ແລະຫຼາຍແງ່ມູມ. ທີ່ການພົບປະກ່ອນໜ້ານັ້ນ, ບັນດາຝ່າຍໄດ້ມີການຕີລາຄາທີ່ຕັ້ງໜ້າ ກ່ຽວກັບແງ່ຫວັງບັນລຸໄດ້ມາດຕະການທາງການທູດໄລຍະຍາວ ແລະ ຍືນຍົງ, ເຖິງຢ່າງໃດກໍຕາມຍັງຄົງຄ້າງບັນຫາຈຳນວນໜຶ່ງທີ່ຍັງບໍ່ທັນໄດ້ເຫັນດີເປັນເອກະພາບເທື່ອ. ຝ່າຍລັດເຊຍ ຢັ້ງຢືນວ່າ ຈະສືບຕໍ່ຮັກສາຫຼັກໝັ້ນເປີດເຜີຍ, ກຽມພ້ອມໂອ້ລົມສົນທະນາ, ພ້ອມທັງໃຫ້ຮູ້ວ່າ ບັນດາການພົບປະຂັ້ນສູງທີ່ກ່ຽວຂ້ອງເຖິງບັນຫານີ້ພຽງແຕ່ຈັດຂຶ້ນໄດ້ ຢູ່ມົດສະກູ ເທົ່ານັ້ນ.

ແຫຼ່ງຄັດຈາກ: vovworld.vn