ຕາມຖະແຫຼງການຂອງກະຊວງການຕ່າງປະເທດ UAE, ບັນດາວາລະແລກປ່ຽນໄດ້ດຳເນີນໃນບັນຍາກາດສ້າງສັນ ແລະຮັບປະກັນຄວາມລັບໃນລະດັບສູງ. ບັນດາຝ່າຍສືບຕໍ່ປຶກສາຫາລືບັນຫາທີ່ຍັງຄົງຄ້າງກ່ອນໜ້ານັ້ນ, ລວມມີ: ບັນດາກົນໄກປະຕິບັດ ແລະຕິດຕາມກວດກາຄຳສັ່ງຢຸດຍິງ, ກໍຄືບັນດາມາດຕະການສະກັດກັ້ນເລື່ອງເກີດການປະທະກັນຄືນໃໝ່. ບັນດາຝ່າຍກໍເຫັນດີຈະລາຍງານໝາກຜົນໃຫ້ແກ່ການນຳແຕ່ລະປະເທດ ແລະຮັກສາຂອບເຂດການປຶກສາຫາລືສາມຝ່າຍໃນຊຸມອາທິດຈະມາເຖິງ.

ກ່ຽວກັບໝາກຜົນລະອຽດ, ທ່ານທູດພິເສດ Steve Witkoff ຂອງ ອາເມລິກາ ແຈ້ງໃຫ້ຊາບວ່າ ບັນດາຝ່າຍໄດ້ເຫັນດີແລກປ່ຽນຊະເລີຍເສິກ 314 ຄົນ, ໃນນັ້ນຝ່າຍລັດເຊຍ ແລະຢູແກຼນ ຈະປ່ອຍອິດສະຫຼະພາບໃຫ້ແກ່ຊະເລີຍເສິກ 157 ຄົນ. ນີ້ແມ່ນບັ້ນແລກປ່ຽນຊະເລີຍເສິກຄັ້ງທຳອິດໃນຮອບເວລາ 5 ເດືອນຜ່ານມາ.

ນອກຈາກນັ້ນ, ຝ່າຍ ອາເມລິກາ ກໍ່ໃຫ້ຮູ້ວ່າ ລັດເຊຍ ແລະອາເມລິກາ ໄດ້ເຫັນດີເຊື່ອມຕໍ່ການເຈລະຈາດ້ານການທະຫານ, ຊ່ອງທາງຕິດຕໍ່ທີ່ເຄີຍຖືກຢຸດສະງັກກ່ອນທີ່ການປະທະກັນເກີດຂຶ້ນ. ການກະທຳດັ່ງກ່າວໄດ້ຮັບການຕີລາຄາວ່າ ອາດຈະເປີດບາດກ້າວເດີນໃໝ່ໃນຄວາມມານະພະຍາຍາມຫັນສາຍພົວພັນລະຫວ່າງສອງປະເທດໃຫ້ເປັນປົກກະຕິ.

ແຫຼ່ງຄັດຈາກ: vovworld.vn