ຈີນຖືເປັນສຳຄັນການພົວພັນ ຈີນ - ອາເມລິກາ, ກຽມພ້ອມທີ່ຈະສືບຕໍ່ພ້ອມກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ນຳພາການພົວພັນສອງຝ່າຍຜ່ານຜ່າຄວາມຫຍຸ້ງຍາກ, ກ້າວຂຶ້ນສະຖຽນລະພາບ, ຊຸກຍູ້ການປະຕິບັດຫຼາຍວຽກງານໃຫຍ່ໃນປີນີ້. ນີ້ແມ່ນການຢັ້ງຢືນຂອງທ່ານ ສີຈິນຜິງ ປະທານປະເທດ ຈີນໃນການໂອ້ລົມທາງໂທລະສັບກັບທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃນຕອນຄ່ຳວັນທີ 4 ກຸມພາ. ທີ່ການໂອ້ລົມທາງໂທລະສັບ, ການນຳສອງທ່ານໄດ້ປຶກສາຫາລືກ່ຽວກັບບັນດາບັນຫາດ້ານການເມືອງ, ການຄ້າສອງຝ່າຍ; ວຽກງານກະກຽມໃຫ້ແກ່ການເດີນທາງໄປປະຕິບັດງານຢູ່ປັງກິ່ງ ຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ຄາດວ່າໃນເດືອນເມສາ ກໍ່ຄືບັນດາບັນຫາສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ການນຳຈີນ ຖືວ່າ ຖ້າສອງຝ່າຍຮັກສາທັດສະນະຄວາມສະເໝີພາບ, ຄວາມເຄົາລົບນັບຖື, ຕ່າງຝ່າຍຕ່າງມີຜົນປະໂຫຍດ ແລະ ເດີນຕາມທິດດຽວກັນນັ້ນກໍ່ອາດສາມາດຊອກຫາມາດຕະການໃຫ້ແກ່ບັນດາຄວາມວິຕົກກັງວົນຂອງແຕ່ລະຝ່າຍ.
ພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ຈີນເຫັນດີສົ່ງເສີມການຊື້ຖົ່ວເຫຼືອງຂອງອາເມລິກາຕື່ມອີກ ແລະ ທ່ານກໍ່ຢັ້ງຢືນການພົວພັນອັນດີງາມກັບຈີນ ແລະ ສ່ວນຕົວທ່ານປະທານປະເທດ ສີຈິນຜິ້ງ. ທ່ານ Donald Trump ເຊື່ອໝັ້ນວ່າ ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ຈະບັນລຸໄດ້ໝາກຜົນທີ່ຕັ້ງໜ້າຫຼາຍຢ່າງໃນ 3 ປີທີ່ຍັງເຫຼືອໃນສະໄໝຂອງທ່ານ.
ແຫຼ່ງຄັດຈາກ: vovworld.vn
Type the code from the image