ລາວ ອວຍພອນວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ
ໃນລະຫວ່າງວັນທີ 2-3 ກຸມພາ, ມີຫຼາຍຄະນະ, ກະຊວງ, ຂະແໜງການ, ສຳນັກງານອົງການຂອງລາວ ໄດ້ໄປຍັງສະຖານທູດຫວຽດນາມ ປະຈຳ ລາວ ອວຍພອນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງພັກກອມມູນິດຫວຽດນາມ ຄົບຮອບ 96 ປີ (03-02-1930 / 03-02-2026) ແລະບຸນປີໃໝ່ປະຈໍາຊາດ ປີມະເມຍ 2026.
    |
 |
|
ທ່ານເອກອັກຄະລັດຖະທູດ ຫງວຽນມິງເຕິມ (ເບື້ອງຂວາ) ຕ້ອນຮັບທ່ານ ບຸນເຫຼືອ ພັນດານຸວົງ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ ມາອວຍພອນ. ພາບ: vov.vn |
ບັນດາຄະນະຜູ້ແທນຂອງລາວ ສະແດງຄວາມຊົມເຊີຍມາຍັງຫວຽດນາມ ທີ່ຈັດຕັ້ງຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XIV ຂອງພັກ, ພ້ອມທັງກໍ່ເນັ້ນໜັກເຖິງຄວາມສຳຄັນແບບພິເສດຂອງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ-ລາວ ໂດຍປະທານ ໂຮ່ຈີມິນ, ປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ໄດ້ສ້າງພື້ນຖານ, ການນຳ ແລະປະຊາຊົນລຸ້ນຕ່າງໆຂອງສອງປະເທດໄດ້ມີການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.
ສ່ວນທ່ານ ຫງວຽນມິງເຕິມ ເອກອັກຄະລັດຖະທູດຫວຽດນາມ ປະຈຳ ລາວ ກໍສະແດງຄວາມຊົມເຊີຍຕໍ່ຜົນສຳເລັດຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ; ພ້ອມທັງປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຄຽງບ່າຄຽງໄຫຼ່ເພື່ອພ້ອມກັນສ້າງສາ ແລະພັດທະນາປະເທດຊາດ. ທ່ານເອກອັກຄະລັດຖະທູດຫວຽດນາມ ຫງວຽນມິງເຕິມ ຢັ້ງຢືນວ່າ ສະຖານທູດຫວຽດນາມ ປະຈຳ ລາວ ຈະພ້ອມກັບບັນດາກະຊວງ, ຂະແໜງການຂອງລາວ ເພີ່ມພູນຄູນສ້າງໃຫ້ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານ ແລະຫຸ້ນສ່ວນຍຸດທະສາດ ຫວຽດນາມ-ລາວ ໃຫ້ນັບມື້ນັບພັດທະນາຂຶ້ນສູ່ລະດັບສູງໃໝ່, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດຢ່າງແທ້ຈິງ.
ໂດຍ: ວິທະຍຸກະຈາຍສຽງຫວຽດນາມ