ອີຢິບ ຂົນສົ່ງເຄື່ອງຊ່ວຍເຫຼືອຕື່ມອີກ 7.300 ໂຕນເຂົ້າ ເຂດກາຊາ
ວັນທີ 3 ກຸມພາ, ອົງການຊີກວົງເດືອນແດງຂອງ ອີຢິບ ໄດ້ຂົນສົ່ງທັນຍາຫານ, ແປ້ງເຂົ້າຈີ່, ຢຸກຢາ, ອຸປະກອນການແພດ, ເຊື້ອເພີງ, ຜ້າຫົ່ມ, ຕູບຜ້າບາດ ແລະໂສ້ງເສື້ອກັນໜາວຈຳນວນກວ່າ 7.350 ໂຕນ ເຂົ້າໄປຍັງເຂດ ກາຊາ. ນີ້ແມ່ນງວດເຄື່ອງຊ່ວຍເຫຼືອທີ 130 ຕາມຂໍ້ລິເລີ່ມ “Zad El Izza: ຈາກ ອີຢິບ ໄປຍັງກາຊາ”, ທີ່ໄດ້ປຸກລະດົມໃນທ້າຍເດືອນ ກໍລະກົດ 2025.