ກະຊວງປ້ອງກັນປະເທດອາເມລິກາ ໃຫ້ຮູ້ວ່າ ເຮືອບິນ UAV ໄດ້ຮັບການຢັ້ງຢືນວ່າແມ່ນລຸ້ນ Shahed, ພວມບິນມຸ່ງໜ້າໄປສູ່ທາງກຳປັ່ນເດີ່ນບິນ USS Abraham Lincoln ແລະຖືກເຮືອບິນຂັບໄລ່ F- 35 Lightning II ຍິງຕົກ ພາຍຫຼັງສຳຜັດກັບກຸ່ມສູ້ຮົບກຳປັ່ນເດີ່ນບິນ.

ກໍໃນວັນດຽວກັນ, ສຳນັກຂ່າວສານ Tasnim ຂອງ ອີຣານ ໃຫ້ຮູ້ວ່າ ເຮືອບິນບໍ່ມີຄົນຂັບຂາດສັນຍານເຊື່ອມຕໍ່ເມື່ອມັນພວມເຄື່ອນໄຫວຢູ່ເຂດທະເລສາກົນ ແລະສາຍເຫດທີ່ເຮັດໃຫ້ສັນຍານຂາດນັ້ນແມ່ນຍັງບໍ່ທັນຢັ້ງຢືນໄດ້ເທື່ອ. ກ່ອນໜ້ານັ້ນ, ສື່ມວນຊົນອີຣານ ກ່າວວ່າ UAV ພວມປະຕິບັດ “ໜ້າທີ່ຕິດຕາມກວດກາ” ແລະບໍ່ໄດ້ຢັ້ງຢືນວ່າຖືກຍິງຕົກ.

ເຖິງຢ່າງໃດກໍຕາມ, ທ່ານນາງ Karoline Leavitt ເລຂາສື່ມວນຊົນທຳນຽບຂາວ ໃຫ້ຮູ້ວ່າ ການເຈລະຈາລະຫວ່າງວໍຊິງຕັນ ແລະເຕເຮຣານ ໃນທ້າຍອາທິດນີ້ຍັງຈະດຳເນີນຕາມແຜນ.

ແຫຼ່ງຄັດຈາກ: vovworld.vn