ການພົບປະມີການເຂົ້າຮ່ວມຂອງທ່ານ Steve Witkoff, ທູດພິເສດຂອງທ່ານປະທານາທິບໍດີ ອາເມລິກາ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ , ທ່ານ Josh Gruenbaum ທີ່ປຶກສາຂັ້ນສູງທຳນຽບຂາວ ແລະທ່ານ Jared Kushner - ລູກເຂີຍຂອງທ່ານປະທານາທິບໍດີ Donald Trump. ຝ່າຍ ລັດເຊຍ ນຳໂດຍທ່ານ Kirill Dmitriev, ທູດພິເສດຂອງທ່ານປະທານາທິບໍດີ, ຜູ້ຮັບຜິດຊອບການຮ່ວມມືເສດຖະກິດສາກົນທັງເປັນຜູ້ອຳນວຍການກອງທຶນລົງທຶນໂດຍກົງ ລັດເຊຍ (RDIF),  ນຳໜ້າ.

leftcenterrightdel
ພາບປະກອບຈາກ ສໍານັກຂ່າວສານຫວຽດນາມ

ໃນບົດເອົາລົງສື່ສັງຄົມອອນໄລ X ພາຍຫຼັງການປະຊຸມ, ທ່ານ Witkoff ໃຫ້ຮູ້ວ່າ: ສອງຝ່າຍໄດ້ດຳເນີນບັນດາການປຶກສາຫາລືທີ່ມີ “ປະສິດທິຜົນ ແລະ ມີລັກສະນະສ້າງສັນ”, ຖືວ່າ: ນີ້ແມ່ນສ່ວນໜຶ່ງໃນຄວາມານະພະຍາຍາມໄກ່ເກ່ຍຂອງ ອາເມລິກາ ແນໃສ່ຊຸກຍູ້ມາດຕະການສັນຕິພາບໃຫ້ແກ່ການປະທະກັນຢູ່ ຢູແກຼນ.

ສ່ວນທ່ານ Dmitriev ກໍ່ໄດ້ພັນລະນາການພົບປະກັບຄະນະຜູ້ແທນ ອາເມລິກາ ແມ່ນ “ມີລັກສະນະສ້າງສັນ”, ທ່ານຍັງໃຫ້ຮູ້ວ່າ: ສອງຝ່າຍໄດ້ປຶກສາຫາລືທີ່ມີປະສິດທິຜົນບໍ່ພຽງແຕ່ກ່ຽວກັບບັນຫາ ຢູແກຼນ ເທົ່ານັ້ນ, ຫາກຍັງກ່ຽວກັບການເຄື່ອນໄຫວຂອງກຸ່ມປະຕິບັດວຽກງານເສດຖະກິດ ອາເມລິກາ-ລັດເຊຍ ອີກດ້ວຍ.

ແຫຼ່ງຄັດຈາກ: vovworld.vn