ລະອຽດແມ່ນ, ດ້ວຍອັດຕາບັດເຫັນດີ 10/12 ບັດ, Fed ຮັກສາອັດຕາດອກເບ້ຍຢູ່ລະດັບແຕ່ 3,5% ຫາ 3,75%, ເຊິ່ງແມ່ນໝາກຜົນໄດ້ຮັບການຄາດຄະເນໃນວົງກວ້າງ ເມື່ອບັນດາເຈົ້າໜ້າທີ່ລໍຄອຍ ຂໍ້ມູນກ່ຽວກັບພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກຕື່ມອີກ. ໃນແຈ້ງການກ່ຽວກັບການຕັດສິນນີ້, ບັນດານັກວາງແຜນກຳນົດນະໂຍບາຍ ໃສ່ໃຈວ່າ ບັນດາການເຄື່ອນໄຫວດ້ານເສດຖະກິດອາເມລິກາ ພວມໄດ້ຮັບການເປີດກວ້າງດ້ວຍຄວາມໄວຢ່າງໝັ້ນແກ່ນ, ໃນຂະນະທີ່ອັດຕາຜູ້ວ່າງງານຢູ່ ອາເມລິກາ ໄດ້ສະແດງໃຫ້ເຫັນສັນຍານເປັນປົກກະຕິ.
ການກະທຳຂອງ Fed ໄດ້ດຳເນີນໃນສະພາບການອົງການນີ້ພວມຕ້ອງປະເຊີນໜ້າກັບກຳລັງກົດດັນທີ່ນັບມື້ນັບເພີ່ມຂຶ້ນຈາກທ່ານ Donald Trump ປະທານາທິບໍດີອາເມລິກາ ກ່ຽວກັບເລື່ອງຮຽກຮ້ອງການປັບອັດຕາດອກເບ້ຍລົງ ແລະການຕັດສິນທີ່ຫາກໍ່ໄດ້ຍົກອອກມາອາດຈະເຮັດໃຫ້ບັນດາເຈົ້າໜ້າທີ່ Fed ສືບຕໍ່ຕົກເຂົ້າສູ່ສະພາບການສູ້ຢັນກັນກັບທ່ານ Donald Trump.
ແຫຼ່ງຄັດຈາກ: vovworld.vn
Type the code from the image