leftcenterrightdel
ທ່ານ Dmitry Peskov ເລຂາສື່ມວນຊົນຂອງປະທານາທິບໍດີລັດເຊຍ. ພາບ: REUTERS

ແລະກໍ່ໃນວັນດຽວກັນ, ວັງ Kremlin ກໍ່ແຈ້ງໃຫ້ຊາບວ່າ ລັດເຊຍ ໄດ້ເຊີນທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ ໄປຍັງ ມົດສະກູ ຖ້າທ່ານກຽມພ້ອມການພົບປະກັບທ່ານ Vladimir Putin ປະທານາທິບໍດີລັດເຊຍ, ພ້ອມທັງຢັ້ງຢືນວ່າ ລັດເຊຍ ຈະຮັບປະກັນຄວາມໝັ້ນຄົງຢ່າງເດັດຂາດໃຫ້ທ່ານ Volodymyr Zelensky. ເຖິງຢ່າງໃດກໍຕາມ, ທ່ານ Yuri Ushakov ຜູ້ຊ່ວຍວຽກປະທານາທິບໍດີລັດເຊຍ ກໍ່ໄດ້ເນັ້ນໜັກວ່າ ຖ້າການພົບປະສຸດຍອດລະຫວ່າງການນຳສອງປະເທດລັດເຊຍ ແລະຢູແກຼນ ໄດ້ຈັດຂຶ້ນເນື້ອໃນຂອງກອງປະຊຸມນັ້ນຕ້ອງກະກຽມຢ່າງລະອຽດລະອໍ ແລະມຸ່ງໄປເຖິງໝາກຜົນທີ່ຕັ້ງໜ້າ. ຕາມທ່ານ Yuri Ushakov ແລ້ວ,  ໃນບັນດາການໂອ້ລົມທາງໂທລະສັບກັບການນຳລັດເຊຍ, ທ່ານ Donald Trump ປະທານາທິບໍດີອາເມລິກາ ໄດ້ສະເໜີເປັນຫຼາຍຄັ້ງວ່າ ລັດເຊຍ ພິຈາລະນາຄວາມອາດສາມາດຈັດການພົບປະສຸດຍອດລະຫວ່າງທ່ານ Vladimir Putin ປະທານາທິບໍດີລັດເຊຍ ແລະທ່ານ Volodymyr Zelensky ປະທານາທິບໍດີ ຢູແກຼນ.

ແຫຼ່ງຄັດຈາກ: vovworld.vn