ຍຸດທະສາດໃໝ່ ໄດ້ເນັ້ນໜັກເຖິງຄວາມຈຳເປັນຍູ້ແຮງການເນລະເທດບຸກຄົນທີ່ຂໍລີ້ໄພໂດຍບໍ່ມີເງື່ອນໄຂຄົບຖ້ວນ, ຖືນີ້ແມ່ນໜຶ່ງໃນບັນດາວິທີການແກ້ໄຂບຸລິມະສິດຂອງກຸ່ມ. ໃນນັ້ນ, ຍຸດທະສາດນີ້ໄດ້ເຕື້ອງເຖິງເລື່ອງເພີ່ມທະວີການຮ່ວມມືກັບບັນດາປະເທດທີສາມ ເພື່ອແນໃສ່ສົມທົບກັນຄວບຄຸມກະແສຊາວອົບພະຍົບໄປຍັງເອີຣົບ, ພ້ອມທັງຊຸກຍູ້ບັນດາປະເທດນີ້ ຮັບພົນລະເມືອງຜູ້ບໍ່ມີເງື່ອນໄຂຄົບຖ້ວນໃຫ້ພັກອາໄສຢູ່ອີຢູ. ຫວ່າງມໍ່ໆມານີ້, EU ໄດ້ລົງນາມ ຫຼື ພວມເຈລະຈາບັນດາຂໍ້ຕົກລົງສະບັບຕ່າງໆ ກັບບາງປະເທດ ອາຟະລິກາເໜືອ ຄື: ຕຸຍນີຊີ, ໂມຣິຕານີ, ອີຢິບ ແລະມາຣົກ, ໃນນັ້ນ EU ໄດ້ຍົກອອກມາບັນດາການໜູນຊ່ວຍດ້ານການເງິນ ແລະ ການລົງທຶນ ເພື່ອແລກເອົາເລື່ອງບັນດາປະເທດນີ້ໃຫ້ການຮ່ວມມືກັບ EU ໃນການຄວບຄຸມກະແສຊາວອົບພະຍົບ.
ຍຸດທະສາດລະອຽດກ່ຽວກັບບັນຫາປະຕິຮູບລະບົບອົບພະຍົບນີ້ ຄາດວ່າ ຄະນະກຳມະການເອີຣົບ ຈະໄດ້ປະກາດໃນທ້າຍປີນີ້.
ແຫຼ່ງຄັດຈາກ vovworld.vn
Type the code from the image