leftcenterrightdel
ພາບປະກອບຈາກ vov.vn

ວັນທີ 15 ທັນວາ, ອີຢີບ ໄດ້ຂົນສົ່ງສິນຄ້າຊ່ວຍເຫຼືອມະນຸດສະທຳງວດໃໝ່ເຂົ້າເຂດກາຊາ ຊຶ່ງລວມມີທັນຍາຫານນັບພັນໂຕນ, ຢຸກຢາ, ຜ້າຫົ່ມ ແລະໂສ້ງເສື້ອກັນໜາວໃຫ້ແກ່ ປຊຊ ປາແລັດສະຕິນ. ອົງການກາຊິກວົງເດືອນແດງ ອີຢີບ ໃຫ້ຮູ້ວ່າ: ນີ້ແມ່ນສິນຄ້າມະນຸດສະທຳງວດທີ 94 ໄດ້ສົ່ງເຖິງ ກາຊາ ຕາມຂໍ້ລິເລີ່ມ “Zad Al-Izza: ຈາກອີຢີບ ໄປ ກາຊາ” ຊຶ່ງໄດ້ປຸກລະດົມແຕ່ທ້າຍເດືອນກໍລະກົດທີ່ຜ່ານມາ. ອີຢີບ ແມ່ນປະເທດສວມບົດບາດຫຼັກໃນການເຄື່ອນໄຫວກູ້ຊ່ວຍມະນຸດສະທຳສາກົນໃຫ້ແກ່ກາຊາ. ໃນໄລຍະກວ່າ 2 ປີທີ່ເກີດການປະທະກັນ, ກາຍໂຣ ໄດ້ຂົນສົ່ງສິນຄ້າກູ້ຊ່ວຍກວ່າ 670.000 ໂຕນເຂົ້າເຂດກາຊາ, ກວມເອົາ 70% ປະລິມານສິນຄ້າກູ້ຊ່ວຍສາກົນທີ່ສະຫງວນໃຫ້ແກ່ກາຊາ.

ໄປຄຽງຄູ່ກັບຄວາມມານະພະຍາມກູ້ຊ່ວຍມະນຸດສະທຳ, ອີຢີບ ຍັງຕັ້ງໜ້າຜັນຂະຫຍາຍບົດບາດເປັນກາງໄກ່ເກ່ຍລະຫວ່າງກອງທັບ ອິດສະຣາແອັນ ແລະ ຂະບວນການ ຮາມາສ ອີກດ້ວຍ.

ແຫຼ່ງຄັດຈາກ vovworld.vn