leftcenterrightdel
ເຫດໄຟໄໝ້ຄັ້ງໃຫຍ່ຢູ່ ຮົ່ງກົງ (ຈີນ). ພາບ: REUTERS/Tyrone Siu

ຕາມຂໍ້ມູນຈາກສະຖານີໂທລະພາບສູນກາງຈີນ ແລ້ວ, ມາຮອດຕອນເຊົ້າວັນທີ 27 ພະຈິກ ໄດ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 44 ຄົນ, ລວມມີນັກດັບເພີງທີ່ພວມປະຕິບັດໜ້າທີ່ 1 ຄົນ, ມີຜູ້ຫາຍສາບສູນນັບຮ້ອຍຄົນ ແລະຜູ້ເຂົ້າໂຮງໝໍ 58 ຄົນ. ໂດຍໄດ້ຮູ້ວ່າ ເຂດຄອນໂດມີນຽມມີຕຶກອາຄານ 8 ຕຶກ ດ້ວຍເຮືອນເກືອບ 2.000 ຫ້ອງ. ຕໍ່ລັກສະນະຄວາມຮ້າຍແຮງຂອງເຫດໄຟໄໝ້, ທ່ານປະທານປະເທດຈີນ ສີຈີ້ນຜິງ ໄດ້ຮຽກຮ້ອງໃຫ້ວົງການເຈົ້າໜ້າທີ່ທ້ອງຖິ່ນມານະພະຍາຍາມກູ້ຊ່ວຍຢ່າງຮອບດ້ານເພື່ອຫຼຸດຜ່ອນຜົນເສຍຫາຍ.

ແຫຼ່ງຄັດຈາກ: vovworld.vn