ເຫດການລັດຖະປະຫານຢູ່ Guinea-Bissau
ໃນຖະແຫຼງການໃນຕອນຄໍ່າວັນທີ 26 ພະຈິກ ທາງໂທລະພາບ, ກຸ່ມນາຍທະຫານ Guinea Bissau ອ້າງຊື່ເອງວ່າແມ່ນກອງບັນຊາການກອງທັບຂັ້ນສູງໄດ້ປະກາດປົດຕຳແໜ່ງທ່ານປະທານາທິບໍດີ Umaro Sissoco Embalo ແລະຢຸດຕິທຸກການເຄື່ອນໄຫວບັນດາລະບອບລະບຽບການສາທາລະນະລັດຢູ່ Guinea-Bissau.
ການກະທຳຍາດເອົາອຳນາດຂອງກຸ່ມນາຍທະຫານກອງທັບ Guinea-Bissau ໄດ້ດຳເນີນພາຍຫຼັງເວລາພຽງແຕ່ 3 ວັນ, ທີ່ປະເທດນີ້ຈັດການເລືອກຕັ້ງທົ່ວປະເທດເລືອກປະທານາທິບໍດີ ແລະສະພາແຫ່ງຊາດ. ວັນທີ 25 ພະຈິກ ຜ່ານມາ, ທັງທ່ານປະທານາທິບໍດີ Embalo ແລະຄູແຂ່ງຂອງທ່ານແມ່ນທ່ານ Fernando Dias da Costa ປະມຸກກຳລັງຝ່າຍຄ້ານ, ໄດ້ພ້ອມກັນອອກຖະແຫຼງການຍາດໄດ້ໄຊຊະນະໃນການເລືອກຕັ້ງ, ເຖິງວ່າໝາກຜົນຂອງການກວດບັດຢ່າງເປັນທາງການຍັງບໍ່ທັນໄດ້ປະກາດເທື່ອ.
ແຫຼ່ງຄັດຈາກ: vovworld.vn