ວັນທີ 5 ພະຈິກ, ກະຊວງການຄ້າ ຈີນ ໄດ້ແຈ້ງໃຫ້ຊາບວ່າ ນັບແຕ່ວັນທີ 10 ພະຈິກ ຈະມາເຖິງຈະດັດປັບມາດຕະການຄວບຄຸມການສົ່ງອອກໂດຍແນໃສ່ສິ່ງທີ່ຄົງຕົວຂອງອາເມລິກາ. ການກະທຳດັ່ງກ່າວໄດ້ປະຕິບັດຕາມຂໍ້ຕົກລົງທີ່ບັນລຸໄດ້ໃນການເຈລະຈາດ້ານເສດຖະກິດ ແລະການຄ້າລະຫວ່າງອາເມລິກາ ແລະຈີນ ຢູ່ ມາເລເຊຍ.

ກ່ອນໜ້ານັ້ນ, ກະຊວງນີ້ກໍ່ໄດ້ອອກແຈ້ງການຕາມລຳດັບໃນວັນທີ 4 ມີນາ ແລະວັນທີ 4 ເມສາ, ເພີ່ມເຕີມທັງໝົດ 31 ສິ່ງທີ່ຄົງຕົວເຂົ້າໃນບັນຊີຄວບຄຸມການສົ່ງອອກ, ຜ່ານນັ້ນ, ກໍ່ຫ້າມສົ່ງອອກບັນດາສິນຄ້າປະເພດອາເນກປະສົງໃຫ້ແກ່ບັນດາສິ່ງທີ່ຄົງຕົວນີ້. ທາງກະຊວງນີ້ ກໍ່ເນັ້ນວ່າ ບັນດານັກສົ່ງອອກຢາກຂົນສົ່ງສິນຄ້າປະເພດອາເນກປະສົງດັ່ງກ່າວ ຕ້ອງຍື່ນຄຳຮ້ອງຂໍອະນຸຍາດໃຫ້ກະຊວງຕາມການກຳນົດການຄວບຄຸມການສົ່ງອອກສຳລັບປະເພດອາເນກປະສົງ. ທາງກະຊວງຈະພິຈາລະນາບັນດາໃບຄຳຮ້ອງຕາມກົດໝາຍທີ່ພວມປະກາດໃຊ້, ກ່ອນທີ່ຈະອອກອະນຸຍາດໃຫ້ບັນດາບໍລິສັດຕອບສະໜອງບັນດາຄວາມຮຽກຮ້ອງຢ່າງຄົບຖ້ວນ.

ແຫຼ່ງຄັດຈາກ: vovworld.vn