ສານສູງສຸດ ອາເມລິກາ ເປີດການອະພິປາຍກ່ຽວກັບນະໂຍບາຍພາສີທົ່ວໂລກຂອງ ທ່ານ Donald Trump
ທ່ານຈັດວາງອັດຕາພາສີ 10% ສຳລັບຄູ່ຄ້າເກືອບທັງໝົດ ແລະອັດຕາ 10 – 15% ສຳລັບນັບສິບພື້ນຖານເສດຖະກິດອື່ນໆ.
ວັນທີ 5 ພະຈິກ, ສານສູງສຸດ ອາເມລິກາ ໄດ້ເປີດການອະພິປາຍພິຈາລະນາລັກສະນະສອດຄ່ອງກັບກົດໝາຍຂອງນະໂຍບາຍພາສີອາກອນທົ່ວໂລກຂອງທ່ານ Donald Trump ປະທານາທິບໍດີອາເມລິກາ, ເມື່ອ ທ່ານຈັດວາງອັດຕາພາສີ 10% ສຳລັບຄູ່ຄ້າເກືອບທັງໝົດ ແລະ ອັດຕາ 10 - 15% ສຳລັບນັບສິບພື້ນຖານເສດຖະກິດອື່ນໆ.
ບັນດາຜູ້ພິພາກສາໄດ້ຊັກຖາມທະນາຍຄວາມຜູ້ຕາງໜ້າໃຫ້ອຳນາດການປົກຄອງຂອງ ທ່ານ Donald Trump ຕໍ່ເລື່ອງ ທ່ານປະທານາທິບໍດີ ອາເມລິກາ ອ້າງກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນ (IEEPA), ຖະແຫຼງການຂາດດຸນການຄ້າແມ່ນ “ສະພາບການສຸກເສີນ” ຂອງປະເທດຊາດ, ເຖິງວ່າ ອາເມລິກາ ໄດ້ຖືກຂາດດຸນການຄ້າຢ່າງຕໍ່ເນື່ອງນັບແຕ່ປີ 1975 ນັ້ນ ແມ່ນໄດ້ລະເມີດສິດຂອງສະພາແຫ່ງຊາດ ຫຼື ບໍ່.
ເຂົ້າຮ່ວມວາລະສານ, ທ່ານ Scott Bessent, ລັດຖະມົນຕີກະຊວງການເງິນ ອາເມລິກາ ໃຫ້ຮູ້ວ່າ ທ່ານ ຫວັງວ່າ ສານສູງສຸດຈະສະໜັບສະໜູນບັນດາບ້ວງພາສີໂດຍອີງໃສ່ກົດໝາຍວ່າດ້ວຍສິດເສດຖະກິດສຸກເສີນ. ໃນກໍລະນີບໍ່ໄດ້ຮັບການສະໜັບສະໜູນ, ທຳນຽບຂາວອາດຈະນຳໃຊ້ບັນດາສິດພາສີອາກອນອື່ນ, ລວມມີ ສິດອະນຸຍາດໃຫ້ຈັດວາງອັດຕາພາສີ 15% ໃນເວລາ 150 ວັນ ເພື່ອແກ້ໄຂການຂາດດຸນການຄ້າ.
ແຫຼ່ງຄັດຈາກ: vovworld.vn