ການຢ້ຽມຢາມແມ່ນເພື່ອເພີ່ມທະວີການພົວພັນມິດຕະພາບ ແລະການຮ່ວມມືທີ່ໃກ້ຊິດລະຫວ່າງສອງປະເທດ, ພິເສດໃນໂອກາດສອງປະເທດສະເຫຼີມສະຫຼອງ ປີທອງຂອງນ້ຳໃຈມິດຕະພາບ, ປີ 2025 ສ້າງຂີດໝາຍ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ໄທ-ຈີນ. ຢູ່ການຖະແຫຼງຂ່າວປະຈຳເດືອນໃນວັນທີ 6 ພະຈິກ, ທ່ານ ໜາວໜິງ ໂຄສົກກະຊວງການຕ່າງປະເທດຈີນ ຖືວ່າ ເລື່ອງ ກະສັດໄທ ເລືອກ ຈີນ ແມ່ນປະເທດໃຫຍ່ທຳອິດທີ່ຢ້ຽມຢາມທາງການ ໄດ້ສະແດງໃຫ້ເຫັນຄວາມເຄົາລົບຢ່າງສູງຂອງທັງສອງຝ່າຍໃນການພັດທະນາການພົວພັນລະຫວ່າງຈີນ - ໄທ.

ແຫຼ່ງຄັດຈາກ: vovworld.vn