ທ່ານປະທານາທິບໍດີ Trump ພ້ອມແລ້ວທີ່ຈະປະນິປະນອມກັບ ຈີນ ເພື່ອຫຼຸດຜ່ອນຄວາມເຄັ່ງຕຶງດ້ານການຄ້າ
ທ່ານ Donald Trump ກໍ່ນາບຂູ່ວ່າຈະຈັດວາງອັດຕາພາສີ 100% ສຳລັບສິນຄ້າຂອງ ຈີນ ນັບແຕ່ເດືອນ ພະຈິກ ຖ້າຫາກວ່າປະເທດນີ້ບໍ່ຍົກເລີກບັນດາຂໍ້ຈຳກັດທີ່ເຄັ່ງຂັດສຳລັບການເຄື່ອນໄຫວສົ່ງອອກແຮ່ທາດດິນຫາຍາກຂອງປະເທດນີ້.
    |
 |
|
ທ່ານ Donald Trump ປະທານາທິບໍດີ ອາເມລິກາ. ພາບ: REUTERS/Evelyn Hockstein |
ກ່າວຄຳເຫັນຕໍ່ວົງການນັກຂ່າວໃນວັນທີ 25 ຕຸລາ, ກ່ອນທີ່ຈະເລີ່ມດຳເນີນການໄປປະຕິບັດງານຢູ່ 3 ປະເທດ ອາຊີ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ພ້ອມແລ້ວທີ່ຈະປະນິປະນອມເພື່ອສາມາດບັນລຸໄດ້ຂໍ້ຕົກລົງດ້ານການຄ້າກັບ ຈີນ. ທ່ານ ກໍ່ຫວັງວ່າ ຝ່າຍ ຈີນ ຈະມີການກະທຳທີ່ຄ້າຍຄືກັນຖ້າບໍ່ຢາກຖືກຈັດວາງພາສີອາກອນສຳລັບສິນຄ້າທີ່ສົ່ງອອກໄປອາເມລິກາ ຕື່ມອີກ.
ທ່ານ Donald Trump ກໍ່ນາບຂູ່ວ່າຈະຈັດວາງອັດຕາພາສີ 100% ສຳລັບສິນຄ້າຂອງ ຈີນ ນັບແຕ່ເດືອນພະຈິກ ຖ້າຫາກວ່າປະເທດນີ້ບໍ່ຍົກເລີກບັນດາຂໍ້ຈຳກັດທີ່ເຄັ່ງຂັດສຳລັບການເຄື່ອນໄຫວສົ່ງອອກແຮ່ທາດດິນຫາຍາກຂອງປະເທດນີ້. ຄາດວ່າ, ທ່ານ ປະທານາທິບໍດີ Donald Trump ຈະພົບປະກັບທ່ານ ສິຈິ້ນຜິງ ປະທານປະເທດ ຈີນ ຢູ່ນອກກອງປະຊຸມ APEC ທີ່ ສ.ເກົາຫຼີ ໃນອາທິດຈະມາເຖິງ.
ກໍ່ກ່ຽວຂ້ອງເຖິງບັນຫາພາສີອາກອນ, ທ່ານ Donald Trump ຈະເພີ່ມອັດຕາພາສີສຳລັບ ການາດາ ຕື່ມອີກ 10%.
ແຫຼ່ງຄັດຈາກ: vovworld.vn