ກ່ອນທີ່ຈະເດີນທາງໄປຍັງ ອິດສະລາແອັນ, ວັນທີ 22 ຕຸລາ ທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ກ່າວເຕືອນວ່າ ເລື່ອງສະພາແຫ່ງຊາດອິດສະລາແອັນ ຊຸກຍູ້ແຜນການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຂົ້າອາດສາມາດນາບຂູ່ເຖິງແຜນການຂອງທ່ານ Donald Trump ປະທານາທິບໍດີ ອາເມລິກາ ທີ່ແນໃສ່ຢຸດຕິການປະທະກັນລະຫວ່າງອິດສະລາແອັນ ແລະຮາມາດສ ຢູ່ ເຂດກາຊາ. ຕາມທ່ານລັດຖະມົນຕີ Rubio ແລ້ວ, ທ່ານປະທານາທິບໍດີ Trump ໄດ້ຊີ້ແຈ້ງວ່າ ປັດຈຸບັນ ວໍຊິງຕັນ ບໍ່ສາມາດສະໜັບສະໜູນໃຫ້ແກ່ການກະທຳນີ້ຂອງສະພາແຫ່ງຊາດ ອິດສະລາແອັນ. ອາຣັບບິ ຊາອຸດິ ກໍ່ອອກສຽງຕຳໜິຕິຕຽນ ການປ່ອນບັດເບື້ອງຕົ້ນຂອງສະພາແຫ່ງຊາດອິດສະລາແອັນ ສະໜັບສະໜູນຮ່າງກົດໝາຍສອງສະບັບກ່ຽວກັບການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຂົ້າ, ຖືວ່ານີ້ແມ່ນການກະທຳເພື່ອແນໃສ່ “ຫັນອະທິປະໄຕຂອງອິດສະລາແອັນ ຕໍ່ກັບບັນດາເຂດຕັ້ງຖິ່ນຖານຄົງທີ່ໃຫ້ເປັນທາງການ”. ຖະແຫຼງການຂອງກະຊວງການຕ່າງປະເທດ ອາຣັບບິ ຊາອຸດິ ໄດ້ຢັ້ງຢືນຄືນການສະໜັບສະໜູນຕໍ່ກັບສິດຊອບທຳ ແລະປະຫວັດສາດຂອງຊາວປາແລັດສະຕິນ ໃນການສ້າງຕັ້ງລັດເອກະລາດ ຕາມເສັ້ນຊາຍແດນປີ 1967, ໂດຍ Jerusalem ຕາເວັນອອກ ແມ່ນນະຄອນຫຼວງ, ສອດຄ່ອງກັບບັນດາມະຕິສາກົນທີ່ກ່ຽວຂ້ອງ.

ແຫຼ່ງຄັດຈາກ: vovworld.vn