ວັນທີ 22 ຕຸລາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ຮຽກຮ້ອງການຕໍ່ສູ້ຕ້ານຂໍ້ມູນທີ່ຜິດເຂວກ່ຽວກັບດິນຟ້າອາກາດ ກ່ອນກອງປະຊຸມຄັ້ງທີ 30 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP30) ໃນເດືອນພະຈິກ ຈະມາເຖິງ. ກ່າວຄຳເຫັນທີ່ອົງການອຸຕຸນິຍົມ ແລະດິນຟ້າອາກາດ ຂອງອົງການອຸຕຸນິຍົມວິທະຍາໂລກ (WMO) ຢູ່ເຊີແນວ, ທ່ານເລຂາທິການໃຫຍ່ Antonio Guterres ສະແດງຄວາມປົກປ້ອງຢ່າງແຮງຕໍ່ວິທະຍາສາດ ແລະຂໍ້ມູນດິນຟ້າອາກາດ, ເຊິ່ງ ຕາມທ່ານແລ້ວ, ຖ້າບໍ່ມີມັນ ໂລກຈະບໍ່ມີເວລາໃດທີ່ເຂົ້າໃຈໄດ້ເຖິງການປະກົດຂຶ້ນຂອງຄວາມສ່ຽງອັນຕະລາຍຂອງການປ່ຽນແປງຂອງດິນຟ້າອາກາດ. ທ່ານ ເນັ້ນໜັກວ່າ ໂລກຕ້ອງຕໍ່ສູ້ຕ້ານຂໍ້ມູນທີ່ຜິດເຂວ, ກໍ່ຄວາມວຸ້ນວາຍທາງອອນໄລ ແລະ ການລົບສີຂຽວແບບຫຼອກລວງກ່ຽວກັບດິນຟ້າອາກາດ.
ແຫຼ່ງຄັດຈາກ vovworld.vn
Type the code from the image