ວັນທີ 23 ຕຸລາ, ສະຫະພາບເອີລົບ (ອີຢູ) ໄດ້ປະກາດບ້ວງລົງໂທດ ເລກທີ 19 ຕໍ່ລັດເຊຍ, ໃນນີ້ເປັນຄັ້ງທຳອິດທີ່ໄດ້ນຳບັນດາໂຮງງານກັ່ນຕອງນ້ຳມັນ ແລະບໍລິສັດການຄ້ານ້ຳມັນບໍ່ໃຫຍ່ທີ່ສຸດຂອງຈີນ ຈຳນວນໜຶ່ງ ເຂົ້າໃນບັນຊີລາຍຊື່ລົງໂທດ. ໂດຍໂຕ້ຕອບຕໍ່ຖະແຫຼງການຂອງອີຢູ, ໃນວັນດຽວກັນ, ທ່ານໂຄສົກກະຊວງການຄ້າ ຈີນ ໄດ້ຊີ້ແຈ້ງວ່າ ປັກກິ່ງ ຍາມໃດກໍ່ຄັດຄ້ານຕໍ່ບັນດາຄຳສັ່ງລົງໂທດແບບພຽງລຳພັງຝ່າຍດຽວ ໂດຍບໍ່ອີງຕາມກົດໝາຍສາກົນ ແລະບໍ່ໄດ້ຮັບການໃຫ້ສັດຕະຍາບັນ ຈາກ ສປຊ. ພ້ອມທັງກ່າວຫາການກະທຳຂອງອີຢູ ໄປຝືນກັບຈິດໃຈຮ່ວມເດີນທາງຂອງບັນດາການນຳ ຈີນ - ເອີລົບ, ກໍ່ຜົນເສຍຫາຍຢ່າງຮ້າຍແຮງຕໍ່ການພົວພັນຮ່ວມມືເສດຖະກິດການຄ້າສອງຝ່າຍ, ເຮັດໃຫ້ຄວາມໝັ້ນຄົງດ້ານພະລັງງານທົ່ວໂລກຖືກຄອນແຄນ.

ແຫຼ່ງຄັດຈາກ: vovworld.vn