ຝຣັ່ງ ຈະສະໜອງລູກສອນໄຟ Aster ແລະເຮືອບິນ Mirage ໃຫ້ແກ່ ຢູແກຼນ ຕື່ມອີກ
ວັນທີ 24 ຕຸລາ, ທ່ານປະທານາທິບໍດີ ຝຣັ່ງ Emmanuel Macron ຖະແຫຼງວ່າ ຈະສະໜອງລູກສອນໄຟ Aster ແລະເຮືອບິນ Mirage ໃຫ້ແກ່ ຢູແກຼນ ໃນຊຸມມື້ຈະມາເຖິງຕື່ມອີກ.
ກ່າວຄຳເຫັນທີ່ກອງປະຊຸມຂອງ “ພັນທະມິດເຈດຕະນາດີ” - ເຕົ້າໂຮມ 26 ປະເທດສຳພັນທະມິດກັບກີແອັບ ໄດ້ຈັດຂຶ້ນຢູ່ ລອນດອນ, ໃນວັນທີ 24 ຕຸລາ, ທ່ານປະທານາທິບໍດີ Emmanuel Macron ກໍ່ຢືນຢັນຄືນຄວາມສຳຄັນຂອງເລື່ອງສືບຕໍ່ໜູນຊ່ວຍ ຢູແກຼນ ແລະຮັກສາຄວາມກົດດັນຕໍ່ລັດເຊຍ.
ປະຈຸບັນ, ຝຣັ່ງ ໄດ້ມອບເຮືອບິນ Mirage 200 ຈຳນວນ 3 ລຳໃຫ້ແກ່ ຢູແກຼນ ແມ່ນໜຶ່ງໃນຈຳນວນ 6 ລຳທີ່ໃຫ້ຄຳໝັ້ນສັນຍາ, ເຖິງຢ່າງໃດກໍ່ຕາມຄວາມຄືບໜ້າໃນການມອບ-ຮັບຖືກຜົນສະທ້ອນຍ້ອນຄວາມຕ້ອງການບຳລຸງສ້າງໃຫ້ນັກບິນຢູແກຼນ. ສິ່ງທີ່ໜ້າສົນໃຈ, ໜຶ່ງໃນຈຳນວນເຮືອບິນດັ່ງກ່າວ ຖືກຍິງຕົກໃນເດືອນ ກໍລະກົດ ທີ່ຜ່ານມາ. ປະຈຸບັນ, ລູກສອນໄຟ Aster 15 ແລະ 30 ຍັງໄດ້ເຄື່ອນໄຫວພ້ອມກັບລະບົບປ້ອງກັນອາກາດ SAMP/T MAMBA. ກໍທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີອັງກິດ Keir Starmer ກໍ່ຮຽກຮ້ອງໃຫ້ບັນດາສຳພັນທະມິດ “ມານະພະຍາຍາມກວ່າອີກ” ເພື່ອແນໃສ່ໜູນຊ່ວຍ ກີແອັບ.
ແຫຼ່ງຄັດຈາກ: vovworld.vn