ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ (SOM) ແລະບັນດາວາລະປະຊຸມກະກຽມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 23 ຕຸລາ, ຢູ່ນະຄອນຫຼວງ ກົວລາລຳເປີ, ປະເທດ ມາເລເຊຍ. ນີ້ແມ່ນກອງປະຊຸມສ້າງປະຖົມປັດໄຈໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 47 ແລະບັນດາກອງປະຊຸມທີ່ກ່ຽວຂ້ອງ ເຊິ່ງຄາດວ່າຈະຈັດຂຶ້ນຢູ່ຫໍປະຊຸມ ກົວລາລຳເປີ, ມາເລເຊຍ ແຕ່ວັນທີ 26 – 28 ຕຸລາ.

leftcenterrightdel
ພາບປະກອບຈາກ Bernama.

ດ້ວຍຫົວຂໍ້ “ກວມລວມ ແລະ ຍືນຍົງ”, ກອງປະຊຸມສຸດຍອດອາຊຽນ 47 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ໄດ້ຮັບຄວາມຫວັງວ່າ ຈະແມ່ນໜຶ່ງໃນບັນດາກອງປະຊຸມໃຫຍ່ທີ່ສຸດໃນປະຫວັດສາດຂອງກຸ່ມ, ສວມບົດບາດເປັນພື້ນຖານສຳຄັນເພື່ອຊຸກຍູ້ການຮ່ວມມືຢ່າງເລິກເຊິ່ງກວ້າງຂວາງກວ່າ, ພ້ອມກັນນັ້ນ ກໍ່ແກ້ໄຂບັນດາສິ່ງທ້າທາຍໃນພາກພື້ນ ແລະທົ່ວໂລກ ຢ່າງສະໜິດຕິດພັນ ແລະຮອບດ້ານ. ເຫດການນີ້ກໍ່ເຫັນປະຈັກຕາການເຂົ້າຮ່ວມຢ່າງຕັ້ງໜ້າຂອງ Timor Leste ໃນວິວັດການເຂົ້າເປັນສະມາຊິກອາຊຽນ, ດ້ວຍຖານະເປັນສະມາຊິກທີ 11, ຄາດວ່າຈະປະກາດໃນວັນທີ 26 ຕຸລາ.

ນອກຈາກບັນດາການນຳອາຊຽນ, ຈະມີການນຳໂລກກວ່າ 20 ທ່ານ ຈະເຂົ້າຮ່ວມບັນດາກອງປະຊຸມສຸດຍອດກັບອາຊຽນ ຢູ່ນະຄອນຫຼວງຂອງມາເລເຊຍ.

ແຫຼ່ງຄັດຈາກ vovworld.vn