ຟີລິບປິນ ມຸ່ງໄປເຖິງການລົງນາມໃນ COC
ຟີລິບປິນ ຫວັງວ່າ ກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຈະໄດ້ສ້າງສຳເລັດ ແລະພ້ອມທີ່ຈະລົງນາມພາຍໃຕ້ການເປັນປະທານຂອງປະເທດນີ້ໃນບົດບາດເປັນປະທານອາຊຽນ ໃນປີ 2026.
ກ່າວຄຳເຫັນທີ່ການປະຊຸມຖະແຫຼງຂ່າວໃນວັນທີ 24 ຕຸລາ, ກ່ອນທີ່ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr. ຈະເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ທີ່ຈັດຂຶ້ນຢູ່ ກົວລາລຳເປີ, ປະເທດມາເລເຊຍ, ທ່ານນາງ Angelica Escalona, ໂຄສົກກະຊວງການຕ່າງປະເທດຟີລິບປິນ ໃຫ້ຮູ້ວ່າ ຟີລິບປິນ ຈະຮ່ວມມືກັບບັນດາປະເທດສະມາຊິກອາຊຽນ ແລະ ຈີນ ຢ່າງແໜ້ນແຟ້ນເພື່ອຊຸກຍູ້ການສ້າງກົດແຫ່ງການປະພຶດໃຫ້ມີປະສິດທິຜົນ, ມີເນື້ອໃນ ແລະມີຄວາມຜູກມັດດ້ານຕິນິກຳຢູ່ທະເລຕາເວັນອອກ.
ແຫຼ່ງຄັດຈາກ: vovworld.vn