leftcenterrightdel
ທ່ານນາງ Sanae Takaichi ນາຍົກລັດຖະມົນຕີຄົນໃໝ່ ຍີ່ປຸ່ນ. ພາບ: PHILIP FONG/via REUTERS

ທີ່ກອງປະຊຸມຖະແຫຼງຂ່າວຢູ່ນະຄອນຫຼວງໂຕກຽວ ໃນວັນທີ 24 ຕຸລາ, ທ່ານ Kihara Minoru, ຫົວໜ້າຫ້ອງວ່າການລັດຖະບານ ຍ່ີປຸ່ນ ໃຫ້ຮູ້ວ່າ ໃນຂອບເຂດເຫດການ, ທ່ານນາງ Sanae Takaichi ຈະມີການພົບປະກັບການນຳບັນດາປະເທດອາຊຽນ ແລະເຂົ້າຮ່ວມກອງປະຊຸມສຸດຍອດປະຊາຄົມອາຊີ ເພື່ອຫຼຸດການປ່ອຍອາຍພິດເປັນສູນ 0 (Asia Zero Emission Community – AZEC), ເພື່ອຊຸກຍູ້ການຮ່ວມມືພາກພື້ນກ່ຽວກັບການຫຼຸດຜ່ອນການປ່ອຍອາຍພິດ ແລະການຫັນເປັນພະລັງງານສະອາດ. ທ່ານ Kihara Minoru ຊີ້ແຈ້ງວ່າ, ທ່ານນາງ Sanae Takaichi ຈະໝູນໃຊ້ໂອກາດກອງປະຊຸມນີ້ເພື່ອເຮັດໃຫ້ການພົວພັນກັບອາຊຽນ ເຊິ່ງເປັນ “ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື້ອໃຈ” ຂອງ ຍີ່ປຸ່ນ ໃຫ້ເລິກເຊິ່ງກວ່າອີກ.

ແຫຼ່ງຄັດຈາກ: vovworld.vn